ການບຸກໂຈມຕີໃສ່ສະຖານທູດ ອາເມລິກາ ປະຈຳ ອີຣັກ ດ້ວຍ ຣັອກແກັດ

(VOVWORLD) -ວັນທີ 26 ມັງກອນ, ອົງການສື່ມວນຊົນຂອງກອງບັນຊາການບັນດາບັ້ນຮົບຮ່ວມຢູ່ ອີຣັກ ໃຫ້ຮູ້ວ່າ ມີ ຣັອກແກັດ 5 ລູກຖືກຍິງ ແລະ ຕົກຢູ່ຂອບເຂດໃກ້ກັບສະຖານທູດ ອາເມລິກາ ໃນເຂດຂຽວຢູ່ນະຄອນຫລວງ Baghdad. ເຖິງຢ່າງໃດກໍ່ຕາມ, ໃນເຫດການດັ່ງກ່າວ ບໍ່ມີຄົນຮັບບາດເຈັບ ແລະ ເສຍຊີວິດ.
ການບຸກໂຈມຕີໃສ່ສະຖານທູດ ອາເມລິກາ ປະຈຳ ອີຣັກ ດ້ວຍ ຣັອກແກັດ - ảnh 1ສະຖານທູດ ອາເມລິກາ ປະຈຳ Baghdad, ພາບ: Reuters

        ໃນການຜັນແປອື່ນທີ່ກ່ຽວຂ້ອງ, ທ່ານ Adel Abdul Mahdi ຜູ້ວ່າການແທນນາຍົກລັດຖະມົນຕີ ໄດ້ກ່າວປະນາມເຫດບຸກໂຈມຕີແນໃສ່ສະຖານທູດ ອາເມລິກາ. ໃນແຈ້ງການ, ທ່ານນາຍົກລັດຖະມົນຕີ Abdul Mahdi ໃຫ້ຮູ້ວ່າ: ທ່ານໄດ້ຮຽກຮ້ອງຜັນຂະຫຍາຍບັນດາກຳລັງຂອງ ອີຣັກ ເພື່ອປ້ອງກັນຄວາມສະຫງົບ ກໍ່ຄືເພີ່ມທະວີການສືບສວນໄລ່ຈັບກຸ່ມຄົນປະຕິບັດເຫດບຸກໂຈມຕີດັ່ງກ່າວ.

ການບຸກໂຈມຕີໃສ່ສະຖານທູດ ອາເມລິກາ ປະຈຳ ອີຣັກ ດ້ວຍ ຣັອກແກັດ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ