ການ​ບິນ​ສາ​ກົນ​ເສຍ​ຫາຍ 29 ຕື້ USD ຍ້ອນໂລກ​ລະ​ບາດ COVID -19

(VOVWORLD) -ວັນທີ 22 ກຸມພາ, ສະຫະສະມາຄົມ ຂົນສົ່ງການບິນສາກົນ (IATA) ໄດ້ແຈ້ງໃຫ້ຊາບວ່າ: ເປັນຄັ້ງທຳອິດ, ນັບແຕ່ປີ 2009 ມາຮອດປັດຈຸບັນຄວາມຕ້ອງການໄປທ່ອງທ່ຽວທາງອາກາດໃນທົ່ວໂລກ ຖືກຫຼຸດລົງຢ່າງແຮງ ຍ້ອນການແຜ່ລະບາດຂອງ ໂລກລະບາດ COVID -19. 
ການ​ບິນ​ສາ​ກົນ​ເສຍ​ຫາຍ 29 ຕື້ USD ຍ້ອນໂລກ​ລະ​ບາດ COVID -19 - ảnh 1

ແພດໝໍປະຕິບັດການຂ້າເຊື້ອເຮືອບິນຂອງ ສິງກະໂປ (ພາບ: Mediacorp)

ຕາມນັ້ນແລ້ວ, ການຈຳກັດການໄປມາ ກໍ່ຄືການຫຼຸດລົງຄວາມຕ້ອງການຍ້ອນການກ່າວເຕືອນກ່ຽວກັບການແຜ່ລາມຢ່າງໄວວາຂອງ COVID -19 ໄດ້ເຮັດໃຫ້ບັນດາບໍລິສັດການບິນ ຍຸບເລີກ ຫຼື ຫຼຸດຜ່ອນບັນດາຖ້ຽວບິນໄປຍັງຈີນຢ່າງແຮງ.

ຕາມສະຫະສະມາຄົມ ຂົນສົ່ງການບິນສາກົນ (IATA) ແລ້ວ, ຜົນກະທົບຂອງ COVID – 19 ທີ່ມີຕໍ່ຄວາມຕ້ອງການໄປມາດ້ວຍທາງອາກາດຈະເຮັດໃຫ້ບໍລິສັດການບິນຕ່າງໆໃນທົ່ວໂລກເສຍຫາຍ ກ່ວາ 29 ຕື້ USD. ໃນນັ້ນ ບັນດາບໍລິສັດການບິນຈີນຈະເສຍຫາຍ 12,8 ຕື້ USD ຍ້ອນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ