ການປົກປ້ອງປະຊາຊົນແມ່ນຫນ້າທີ່ຈຸດສຸມໃນໄລຍະເກີດໂລກລະບາດໂຄວິດ 19

(VOVWORLD) -ວຽກງານປົກປ້ອງປະຊາຊົນຍັງຄົງແມ່ນຫນ້າທີ່ສຳຄັນຂອງປີ 2021 ແຕ່ເລື່ອງສົ່ງພົນລະເມືອງກັບຄືນມາປະເທດ ຕ້ອງສອດຄ່ອງກັບກຳລັງຄວາມສາມາດຂອງຫວຽດນາມ. 
ການປົກປ້ອງປະຊາຊົນແມ່ນຫນ້າທີ່ຈຸດສຸມໃນໄລຍະເກີດໂລກລະບາດໂຄວິດ 19 - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  (ພາບ: VOV)

ທີ່ການປະຊຸມຂ່າວນັດສາມັນຄັ້ງທຳອິດໃນປີ 2021 ດຳເນີນຢູ່ຮ່າໂນ້ຍ ໃນຕອນບ່າຍວັນທີ 13 ມັງກອນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ: ປີ 2020 ຫວຽດນາມ ປະຕິບັດເປົ້າໝາຍຄວບຄູ່ເປັນຢ່າງດີ ທັງຄວບຄຸມໂລກລະບາດ ທັງພັດທະນາເສດຖະກິດ. ບັນດາການເຄື່ອນໄຫວພົວພັນຕ່າງປະເທດຫລາຍຝ່າຍ ແລະສອງຝ່າຍ ລ້ວນແຕ່ບັນລຸໄດ້ຜົນງານຫລາຍຢ່າງ. ການເຄື່ອນໄຫວປົກປ້ອງປະຊາຊົນໃນໄລຍະເກີດໂລກລະບາດແມ່ນຫນ້າທີ່ແຖວຫນ້າ ແລະຈະສືບຕໍ່ແມ່ນຈຸດສຸມນັບແຕ່ນີ້ຮອດບຸນປີໃຫມ່ປະຈຳຊາດ.

ໃນປີ 2020 ຫວຽດນາມໄດ້ຈັດຕັ້ງເກືອບ 300 ຖ້ຽວບິນສົ່ງພົນລະເມືອງຫວຽດນາມ ກວ່າ 80.000 ຄົນຢູ່ໃນໂລກກັບມາປະເທດ ໃນຂະນະທີ່ໂລກລະບາດແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກ. ຕາມທ່ານນາງ ເລທິທູຮັ່ງ ແລ້ວ,   ວຽກງານປົກປ້ອງປະຊາຊົນຍັງຄົງແມ່ນຫນ້າທີ່ສຳຄັນຂອງປີ 2021 ແຕ່ເລື່ອງສົ່ງພົນລະເມືອງກັບຄືນມາປະເທດ ຕ້ອງສອດຄ່ອງກັບກຳລັງຄວາມສາມາດຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ