ການປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເປັນ​ເອ​ກະ​ພາບ​ໃນອາ​ຊ​ຽນ ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ໃນ​ສະ​ພາບ​ການ​ໃໝ່

(VOVWORLD) - ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 2 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ການເມືອງ - ຄວາມໝັ້ນຄົງອາຊຽນ ຄັ້ງທີ 20 (APSC - 20) ແລະ ກອງປະຊຸມສະພາປະສານງານ ອາຊຽນຄັ້ງທີ 24 (ACC - 24).
ການປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເປັນ​ເອ​ກະ​ພາບ​ໃນອາ​ຊ​ຽນ ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ໃນ​ສະ​ພາບ​ການ​ໃໝ່ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນຖ່ານຮູບລວມໝູ່ຢູ່ກອງປະຊຸມ APSC-20 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ຕີລາຄາສູງບັນດາໝາກຜົນທີ່ອາຊຽນບັນລຸໄດ້ພາຍຫຼັງ 4 ປີ ທີ່ປະຕິບັດວິໄສທັດ ປະຊາຄົມ ອາຊຽນ 2025, ທ່ານຢັ້ງຢືນວ່າ ອາຊຽນ ຕ້ອງດຳເນີນການຕີລາຄາກາງສະໄໝຂອງວຽກງານຜັນຂະຫຍາຍ ວິໄສທັດ ປະຊາຄົມ ອາຊຽນ 2025ໂດຍໄວ; ກຳນົດສິ່ງຄົງຄ້າງ, ວາງອອກວິທີການ, ມາດຕະການ ທີ່ເໝາະສົມເພື່ອແນໃສ່ປະຕິບັດສຳເລັດວິໄສທັດປະຊາຄົມ ອາຊຽນ 2025, ພ້ອມທັງວາງອອກບັນດາການກຳນົດທິດໃໝ່, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືໂດຍອາຊຽນນຳໜ້າ.

        ທ່ານຮອງນາຍົກລັດຖະມົນຕີ ຕີລາຄາວ່າ ໃນສະພາບການ ໂລກມີການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ, ການປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບໃນອາຊຽນຈະສືບຕໍ່ມີຄວາມໝາຍຍຸດທະສາດ, ແມ່ນພື້ນຖານໃຫ້ແກ່ຄວາມສຳເລັດຂອງອາຊຽນໃນໄລຍະເວລາກ່ວາ 50 ປີທີ່ຜ່ານມາ ແລະ ໃນອະນາຄົດ.

        ໃນເສົາຄ້ຳການເມືອງ - ຄວາມໝັ້ນຄົງ, ທ່ານ ຟ້າມບິ່ງມິງ ຖືວ່າ ຕ້ອງຊຸກຍູ້ບັນດາຄວາມມານະພະຍາຍາມ ແລະ ເຜີຍແຜ່ບັນດາຄູນຄ່າ, ຫຼັກການ ແລະ ບັນທັດຖານການປະພຶດທີ່ໄດ້ຮັບການຍອມຮັບຮ່ວມກັນໃນພາກພື້ນໃຫ້ຄຽງຄູ່ກັບວິວັດການຍູ້ແຮງການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສືບຕໍ່ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).

ຕອບກັບ

ຂ່າວ/ບົດ​ອື່ນ