ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ

ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1
ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ Luong Thanh Nghi
Vovworld- ທີ່​ການ​ປະຊຸມ​ຂ່າວນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ທີ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ເມື່ອ​ຕອນ​ບ່າຍ​ ວັນ​ທີ 24/5, ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ Luong Thanh Nghi ​ໃຫ້​ຮູ້​ວ່າ ​ເຮືອ​ຫາ​ປາ​ໝາຍ​ເລກ QNg 5003TS ພ້ອ​ມກັບຊາວ​ປະມົງຫວຽດນາມ 14 ຄົນ​ທີ່​ຖືກ​ຈີນ​ຈັບ​ຕົວ​ເມື່ອ​ວັນ​ທີ 16/5/2012 ​ໄດ້​ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ​​ໃນ​ວັນ​ທີ 23/5 ແລ້ວ. ​ແຕ່​ທາງ​ຝ່າຍ​ຈີນ​ຍັງ​ຢຶດ​ເອົາ ເຮືອ​ຫາ​ປາ​ໝາຍ​ເລກ QNg 5003TS ພ້ອມ​ກັບ​ສິນ​ທະ​ເລ​ທັງ​ໝົດ​ໃນ​ເຮືອ. ຕອບ​ສຳພາດ​ກ່ຽວ​ກັບ​ປະຕິກິ​ລີ​ຍາ​ຂອງ​ຫວຽດນາມ​ຕໍ່ໜ້າ​ການກະທຳ​ດັ່ງ​ກ່າວ​ຂອງ​ຈີນ, ໂຄສົກ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ Luong Thanh Nghi ຢືນຢັນ​ວ່າ :

   “ ພາຍຫຼັງ​ທີ່​ຮັບ​ການ​ປະກາດ​ຈາກ​ຝ່າ​ຍຈີນ, ຜູ້ຕາງໜ້າ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ພົບ​ປະ ​ແລະ ມອບ​ສານ​ໃຫ້​ແກ່​ຜູ້ຕາງໜ້າ​ສະຖານທູດ​ຈີນ​ປະຈຳ​ຫວຽດນາມ. ​ເນື້ອ​ໃນ​ຂອງ​ສານ​ໄດ້​ຊີ້​ແຈ້ງວ່າ ​ເລື່ອງ​ຈີນ​ຂັດຂວາງ ​ແລະ​ຈັບ​ຕົວ​ຊາວ​ປະມົງ ​ແລະ ຢຶດ​ເອົາ ເຮືອ​ຫາ​ປາທີ່​ພວມ​ເຄື່ອນ​ໄຫວ​ປະກອບ​ອາຊີບ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຢູ່​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ໝູ່​ເກາະຮ່ວາງ​ຊາຂອງ​ຫວຽດນາມ ​ແມ່ນ​ໄດ້​ລະ​ເມີດ​ອະທິປະ​ໄຕ, ສິດ​ມີ​ອະທິປະ​ໄຕ, ສິດ​ນຳ​ສະ​ເໜີ​ພິຈາລະ​ນາ​ຕັດສິນ​ຄວາມ​ຖືກຕ້ອງ​ຂອງ​ຫວຽດນາມ. ຫວຽດນາມ​ເດັດ​ດຽວ​ຄັດຄ້ານ ​ແລະ ສະ​ເໜີ​ທາງ​ຝ່າຍ​ຈີນ​ຈົ່ງ​ສົ່ງ​ມອບເຮືອ​ຫາ​ປາພ້ອມ​ກັບ​ສິນ​ທະ​ເລ​ທັງ​ໝົດ​ທີ່​ຝ່າຍ​ຈີນ​​ໄດ້​ຢຶດເອົາ​​ເມື່ອ​ວັນ​ທີ 16/5 ​ແລະ ສົ່ງ​ມອບເຮືອ​ຫາ​ປາ ໝາຍ​ເລກ QNg 66101 ​ທີ່​ຝ່າຍ​ຈີນ​​ກໍໄດ້​ຢຶດເອົາ​​ເມື່ອ​ວັນ​ທີ 4/3/2012, ພ້ອມ​ທັງຕ້ອງຢຸດຕິ​ບັນດາ​ການ​ກະທຳ​ເຊັ່ນ​ດຽວ​ກັນ ”

ຂ່າວ/ບົດ​ອື່ນ