ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ

(vovworld) – ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ເດືອນ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈັດ​ຕັ້ງ​​ໃນ​ວັນ​ທີ 4/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລືອ​ງ​ແທງ​ງີ້ ປະກາດການ​ເຄື່ອນ​ໄຫວ​​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ຂອງ ຫວຽດນາມ ​ໃນ​ເດືອນ 7/2013. ໜຶ່ງ​ໃນ​ບັນດາ​ເຫດການ​ການ​ຕ່າງປະ​ເທດ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ​ໃນ​ວັນ​ທີ 9/7/2013, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ຄູ່​ຕຳ​ແໜ່​ງ ສປປ ລາວ ທອງ​ສິງ ທຳ​ມະ​ວົງ ຈະ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງຫຼັກ​ໝາຍ​ເລກ​ທີ 460 ຢູ່​ດານ​ຊາຍ​ແດນ ​ແທງ​ຖູ​ຍ (​ແຂວງ​ ​ເງາະອານ, ຫວຽດນາມ) ​ແລະ ນ້ຳ​ອອນ (​ແຂວງ​ບໍ່​ແກ້ວ, ປະ​ເທດ​ລາວ) ​ແລະ ​ເຂົ້າຮ່ວມ​ພິທີ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກລະ​ຫວ່າງ ຫວຽດນາມ - ລາວ. ທ່ານ ​ເລືອ​ງ​ແທງ​ງີ້ ​ເວົ້າວ່າ:

“ນີ້​ແມ່ນ​ເຫດການ​ມີ​ຄວາ​ມໝາຍ​ສຳຄັນ​ພິ​ເສດ, ​ເປັນ​ຂີດ​ໝາຍ​ເລື່ອງ​ປະຕິບັດສຳ​ເລັດ​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່, ບູລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ, ປະກອບສ່ວນ​ກໍ່ສ້າງ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື, ພ້ອມ​ກັນ​ພັດທະນາ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ເລື່ອງ​ຊຸກຍູ້​ການພັດທະນາ​​ເສດຖະກິດ - ສັງຄົມ​ຢູ່​ເຂດ​ຊາຍ​ແດນ​ເວົ້າ​ສະ​ເພາະ ​ແລະ ພັດທະນາ​ເສດຖະກິດ​ຂອງ 2 ປະ​ເທດ ​ເວົ້າ​ລວມ. ​ເນື່ອງ​ໃນ​ໂອກາດ​ນີ້, 2 ຝ່າຍ​ຈະ​ເຊັນ​ຂໍ້​ຕົກລົງ​ຂັ້ນ​ລັດຖະບານ ​ແກ້​ໄຂ​ບັນຫາ​ອົບ​ພະຍົບ​​ເສລີ ​ແລະ ​ສົມລົດ​ໂດ​ບບໍ່​ຈົດ​ທະບຽນ​ໃນ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ. ນີ້​ແມ່ນ​ຂໍ້​ຕົກ​ລົງ​ທີ່ມີ​ຄວາມ​ໝາຍສຳຄັນ, ປະກອບສ່ວນຍົກ​ສູງ​ປະສິດທິ​ຜົນການ​ປະຕິບັດ​ສັນຍາ​ກ່ຽວ​ກັບ​ກົດ​ລະບຽບ​ຄຸ້ມ​ຄອງ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ​”


ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ບຸນ​ເກີດ ​ແສງ​ສົມ​ສັກ
(ພາບ: Hoàng Chương/Vietnam+)

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ລາວ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ບຸນ​ເກີດ ​ແສງ​ສົມ​ສັກ ມີ​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ​ລາວ ​ແລະ ບັນ​ດາ​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ​ລາວ, ​ເພື່ອ​​ແຈ້ງໝາກຜົນ​ຂອງ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ. ທ່ານ​ຮອງ​ລັດຖະມົນຕີ​ ບຸນ​ເກີດ ​ແສງ​ສົມ​ສັກ ຊີ້​ແຈ້ງວ່າ:

“ຜົນສຳ​ເລັດ​ຂອງ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ລະຫວ່າງ ຫວຽດນາມ ​ແລະ ລາວ ຄັ້ງ​ນີ້, ມີ​ຄວາມ​ໝາຍ ​ແລະ ຄຸນຄ່າ​ປະຫວັດສາດ​ສຳຄັນ​ໃນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດນາມ ​ແລະ ລາວ, ຄຽງ​ຄູ່​ກັນ​ນັ້ນ, ຍັງ​ມີ​ຄວາມ​ໝາຍອັນ​ໃຫຍ່​ຫຼວງ​ສຳລັບ​ພາກ​ພື້ນ, ຍ້ອນ​ວ່າ ລາວ ມີ​ຊາຍ​ແດນ​ລວມກັບ 4 ປະ​ເທດ, ​​ແຕ່ເລື່ອງ​ປັກ​ຫຼັກ​ໝາ​ຍຊາຍ​ແດນ​ກັບ ຫວຽດນາມ ​ໄດ້​ເປັນ​ແບບຢ່າງ​ໃຫ້​ແກ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ຂົງ​ເຂດ​ນີ້, ”

ການ​ປະຊຸມ​ຂ່າວ​ຍັງ​ແຈ້ງ​ກ່ຽວ​ກັບ​ເຫດການ​ເມື່ອ​ວັນ​ທີ 3/7, ຫວຽດນາມ ​ໄດ້​ສົ່ງ ຢູຣານຽ​ມ ທີ່​ໄດ້​ຮັບ​ການ​ເສີມ​ໃນລະດັບ​ສູງ11 ກິ​ໂລກຣາມ ສຸດ​ທ້າຍ​ຈາກ​ສະຖາບັນ​ຄົ້ນ​ຄ້ວາ​ນິວ​ເຄຼຍ ດ່າລາດ  ​ເຖິງ ສະຫະພັນ ລັດ​ເຊຍ. ທ່ານ ​ເລືອ​ງ​ແທງ​ງີ້ ຊີ້​ແຈ້ງວ່າ: ​ເຫດການ​ນີ້, ອີກ​ຄັ້ງ​ໜຶ່ງ​ຢືນຢັນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ໃນ​ການ​ພັດທະນາ ​ແລະ ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິ​ພາບ ​ແລະ ບໍ່​ແຜ່​ຂະຫຍາຍອາວຸດ​ນິວ​ເຄຼຍ. ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນກັບ​ອົງການ​ພະລັງງານ​ປະ​ລະ​ມາ​ນູສາກົນ ​​ແລະ ປະຊາ​ຄົມ​ໂລກ ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ