ການປະຕິວັດອຸດສາຫະກຳ 4.0 ອາດຈະຊຸກຍູ້ການເພີ່ມຂຶ້ນຂອງ GDP ແຕ່ 7-16%/ປີ

(VOVWORLD) - ລະອຽດຄື, ຕາມບົດລາຍງານຂອງ CIEM ແລ້ວ, ເມື່ອທຽບໃສ່ແຜນການມີພຽງແຕ່ການປະຕິຮູບດ້ານເສດຖະກິດ...
ການປະຕິວັດອຸດສາຫະກຳ 4.0 ອາດຈະຊຸກຍູ້ການເພີ່ມຂຶ້ນຂອງ GDP ແຕ່ 7-16%/ປີ - ảnh 1 ພາບປະກອບ

ການປະຕິວັດອຸດສາຫະກຳ 4.0 ອາດຈະຊຸກຍູ້ການເພີ່ມຂຶ້ນຂອງ GDP ແຕ່ 7-16%/ປີ - ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກໃນບົດລາຍງານຂອງສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ (CIEM) ທີ່ຍົກອອກມາໃນເວທີປາໄສ “ການປະຕິວັດອຸດສາຫະກຳ 4.0: ບົດຮຽນສາກົນ ແລະ ນະໂຍບາຍຂອງ ຫວຽດນາມ”.

        ລະອຽດຄື, ຕາມບົດລາຍງານຂອງ CIEM ແລ້ວ, ເມື່ອທຽບໃສ່ແຜນການມີພຽງແຕ່ການປະຕິຮູບດ້ານເສດຖະກິດ (ບໍ່ປະຕິບັດການປະຕິວັດອຸດສາຫະກຳ 4.0), ການປະຕິວັດອຸດສາຫະກຳ 4.0 ອາດຈຈະຊຸກຍູ້ GDP ຫວຽດນາມ ເພີ່ມຂຶ້ນຕື່ມອີກແຕ່ 28,5 – 62,1 ຕື້ USD, ເທົ່າກັບລະດັບເພີ່ມຂຶ້ນຂອງ GDP ແມ່ນແຕ່ 7-16%/ປີ ຮອດປີ 2030, ອີງຕາມແຕ່ລະແຜນການ (ສູງ, ປານກາງ, ຕ່ຳ). GDP ສະເລ່ຍໃສ່ຫົວຄົນຈະເພີ່ມຂຶ້ນຕື່ມອີກແຕ່ 315 – 640 USD/ຄົນໃນປີ 2030 ຍ້ອນການເພີ່ມສະມັດຕະພາບ ແລະ ເພີ່ມວຽກເຮັດງານທຳ.

        ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ເພື່ອຍາດແຍ່ງກາລະໂອກາດຈາກການປະຕິວັດອຸດສາຫະກຳ 4.0, ຫວຽດນາມຄວນກວດກາ, ປັບປຸງລະບອບຄຸ້ມຄອງການດຳເນີນທຸລະກິດ, ຫັນລະບຽບການບໍລິຫານ ແລະ ເງື່ອນໄຂດຳເນີນທຸລະກິດບົນພື້ນຖານດີຈີຕອນເປັນງ່າຍດາຍ, ສ້າງຂອບເຂດລະບອບລະບຽບການໃຫ້ແຫ່ການປະຕິບັດການທົດລອງເຕັກໂນໂລຊີ… ພິເສດ, ຄວນຄົ້ນຄ້ວາພັດທະນາບັນດາຜະລິດຕະພັນຈຸດສຸມກ່ຽວກັບອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກ - ໂທລະຄົມມີລັກສະນະຍຸດທະສາດ, ສ້າງພື້ນຖານ, ມີການກະທົບທີ່ແຜ່ຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ