ການປະທະກັນດ້ານສາສະໜາປິນຂັ້ນໄດຢູ່ Nigeria ເຮັດໃຫ້ 150 ຄົນເສຍຊີວິດ

ການປະທະກັນດ້ານສາສະໜາປິນຂັ້ນໄດຢູ່ Nigeria ເຮັດໃຫ້ 150 ຄົນເສຍຊີວິດ - ảnh 1

ການ​ປະ​ທະ​ກັນ​ດ້ານ​ສາສະໜາ​ປິ້ນຂັ້ນ​ໄດ​ຢູ່ Nigeria

​ເຮັດ​ໃຫ້​ຫຼາ​ຍຄົນ​ຕ້ອງ​ໜີ​ປະ​ເຮືອນ

(ພາບ:bbc.co.uk)

(VOV)- ວັນ​ທີ 28/10 ​ໄດ້​ກາຍ​ເປັນ​ວັນ​ໃຊ້​ຄວາມ​ຮຸນ​ແຮງ​ອັນ​ນອງ​ເລືອດ​ຢູ່ Nigeria ຂະນະ​ທີ່ມີ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ຜູ້​ໜຶ່ງ​ໄດ້​ຂັບ​ລົດ​ເລັ່ງ​ໃສ່​ໂບດ​ຄຼິດຢູ່​ທາງ​ພາກ​ເໜືອ​ປະ​ເທດ​ນີ້. ​ເຫດ​ບຸກ​ໂຈມ​ຕີ​ໄດ້​ເຮັດ​ໃຫ້​ເກີດ​ບັນດາ​ການ​ແກ້​​ແຄ້ນ​ອັນ​ດຸ​ເດືອດ ​ແລະ ​ເຮັດ​ໃຫ້​ຜູ້​ຊາຍ​ຜູ້​ໜຶ່ງ​ຖືກ​ເຜົາ​ຕາຍ. ຄາດ​ວ່າ, ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຍ້ອນ​ການ​ປະ​ທະ​ກັນ​ດ້ານ​ສາສະໜາ​ໄດ້​ເຮັດ​ໃຫ້​​ຢ່າງ​ໜ້ອຍ​ສຸດ 10 ຄົນ​ເສຍ​ຊີວິດ ​ແລະ ອີກ 145 ຄົນ​ຖືກ​ບາດ​ເຈັບ​ໃນ​ວັນ​ທີ 28/10. ພາຍຫຼັງ​ເຫດ​ວາງ​ລະ​ເບີດ​ຢູ່​ໂບດ Theresa ຢູ່​ນະຄອນ Kaduna, ຊາວຄິຼດຕຽນ​ຫຼາຍ​ຄົນ​ໄດ້​ລົງ​ຖະໜົນ​ບຸກ​ໂຈມ​ຕີ​ຊາວ​ມຸດ​ສະ​ລິ​ມ. ທ່ານ Musa Ilalah ຜູ້​ປະສານ​ງານ​ຂອງ​​ອົງການ​ກ່ຽວ​ກັບ​ສະພາວະສຸ​ກ​ເສີນ​ແຫ່ງ​ຊາດ ​Nigeria ​ໃຫ້​ຮູ້​ວ່າ: ການວາງ​ລະ​ເບີດ​ຢູ່​ໂບດ​ໄດ​້​ເຮັດ​ໃຫ້​ເຂດ Malali  ຂອງ​ນະຄອນ Kaduna ຊື່​ງ​ແມ່ນ​ແຫ່ງ​ໄດ້​ເກີດ​ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ອັນ​ນອງ​ເລືອດ​ໂດຍ​ກຸ່ມ​ອິດ​ຊະລາ​ມຫົວ​ຮຸນ​ແຮງ Boko Harram ກໍ່​ຂຶ້ນ​ຖືກ​ສັ່ນ​ສະ​ເທືອນ. ປະຈຸ​ບັນ, ບໍທັນ​ມີ​ອົງການ​ຈັດຕັ້ງໃດກ່າວ​ຮັບຜິດຊອບ​​ເປັນ​ຜູ້​ດຳ​ເນີນ​ການວາງ​ລະ​ເບີດ​ຢູ່​ໂບດ​ແຫ່ງ​ດັ່ງກ່າວ ​ແຕ່​ວິທີ​ນີ້​ກໍ່​ຄ້າຍຄື​ກັນ​ກັບ​ບັນດາ​ການ​ບຸກ​ໂຈມ​ຕີ​ກ່ອນ​ນີ້​ຂອງ Boko Harram ຊື່​ງ​ແມ່ນ​ກຸ່ມ​ໄດ້​ເຄື່ອນ​ໄຫວ​ຢູ່​ພາກ​ເໜືອ ​ແລະ ພາກ​ກາງ ​​Nigeria ​ເປັນຕົ້ນຕໍ.

ຂ່າວ/ບົດ​ອື່ນ