ການ​ປະ​ທະ​ກັນ​ຢູ່ Jerusalem ແລະ ຝ​ັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ເກີດ​ຂຶ້ນ​ໃໝ່

(VOVWORLD) -ວັນທີ 18 ມິຖຸນາ, ຕຳຫຼວດ ອິດສະຣາແອນ ໄດ້ຈັບຕົວຊາວ ປາແລັດສະຕິນ ຢ່າງໜ້ອຍສຸດ 16 ຄົນ ໃນການປະທະກັນຄັ້ງຕ່າງໆທີ່ເກີດຂຶ້ນຢູ່ເຂດ ໂບດ Al-Aqsa ຢູ່ Jerusalem ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ການ​ປະ​ທະ​ກັນ​ຢູ່ Jerusalem ແລະ ຝ​ັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ເກີດ​ຂຶ້ນ​ໃໝ່ - ảnh 1ຕຳຫຼວດ ອິດສະຣາແອັນ ໃນການປະທະກັນກັບຊາວ ປາແລັດສະຕິນ ຢູ່ພາກຕາເວັນຕົກ Jerusalem ໃນ 7/5/2021(ພາບ: TTXVN)

ແຈ້ງການຂອງກຳລັງຕຳຫຼວດ ຊາຍແດນ ອິດສະຣາແອັນ ໃຫ້ຮູ້ວ່າ ການປະທະກັນ ເກີດຂຶ້ນຢູ່ ພູ Temple, ເຊິ່ງເປັນສະຖານທີ່ຕັ້ງໂບດ Al-Aqsa ພາຍຫຼັງພິທີພາວະນາໃນມື້ວັນສຸກ. ນີ້ແມ່ນການປະທະກັນລະຫວ່າງ ຕຳຫຼວດ ອິດສະຣາແອັນ ແລະ ຜູ້ຊາວມຸດສະລິມ ອັນໄດ້ເຮັດໃຫ້ຊາວ ປາແລັດສະຕິນ ມີຜູ້ຖືກຮັບບາດເຈັບ ຢ່າງໜ້ອຍສຸດ 9 ຄົນ. ກະຊວງການຕ່າງປະເທດ ຈໍແດນ ໄດ້ກ່າວປະນາມບັນດາເຫດປະທະກັນດັ່ງກ່າວໃນທັນທີ, ໂດຍຖືວ່າ ນີ້ແມ່ນບັນດາການກະທຳທີ່ບໍ່ສາມາດຍອມຮັບໄດ້. ໃນວັນດຽວກັນ, ກໍ່ໄດ້ເກີດການປະທະກັນ ລະຫວ່າງກຳລັງຄວາມໝັ້ນຄົງ ອິດສະຣາແອນ ແລະ ຊາວ ປາແລັດສະຕິນ ຢູ່ເທດສະບານເມືອງ Beita ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ແລະ ເຮັດໃຫ້ 47 ຄົນ ເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ