ການປະທະກັນເພີ່ມຂຶ້ນຢູ່ນະຄອນຫຼວງ Khartoum ປະເທດ ຊູດັງ

(VOVWORLD) - ການປະທະກັນລະຫວ່າງກອງທັບ ຊູດັງ ແລະ ກຳລັງປະຕິກິລິຍາໄວ (RSF) ເຄິ່ງການທະຫານ ເກີດຂຶ້ນໃນວັນທີ 15 ເມສາ, ພາຍຫຼັງທີ່ ກຳລັງ RSF ຜັນຂະຫຍາຍກຳລັງໃນທົ່ວນະຄອນຫຼວງຢ່າງວ່ອງໄວ.
ການປະທະກັນເພີ່ມຂຶ້ນຢູ່ນະຄອນຫຼວງ Khartoum ປະເທດ ຊູດັງ - ảnh 1ຕະຫຼາດແຫ່ງໜຶ່ງຢູ່ນະຄອນຫຼວງ Khartoum, ປະເທດ ຊູດັງ ໃນວັນທີ 1 ມິຖຸນາ
(ພາບ:  AFP/TTXVN)

ວັນທີ 4 ມິຖຸນາ, ປະຊາຊົນຢູ່ນະຄອນຫຼວງ Khartoum, ຂອງ ປະເທດ ຊູດັງ ໃຫ້ຮູ້ວ່າ: ຈຳນວນການປະທະກັນເກີດຂຶ້ນຢູ່ພາຍໃນນະຄອນຫຼວງພວມເພີ່ມຂຶ້ນຢ່າງວ່ອງໄວໃນວັນທີ 4 ມິຖຸນາ, ພາຍຫຼັງທີ່ຂໍ້ຕົກລົງຢຸດຍິງລະຫວ່າງກອງທັບປະເທດນີ້ ແລະ ກຳລັງເຄິ່ງການທະຫານໝົດກຳນົດເວລາ. ເຮືອບິນທະຫານໄດ້ຕົກລົງສູ່ເຂດ Omdurman, ເຊິ່ງເປັນໜຶ່ງໃນ 3 ນະຄອນໃກ້ກັບແມ່ນ້ຳ Nile, ໃກ້ກັບນະຄອນຫຼວງ Khartoum. ໃນຈຳນວນເຂດເກີດການປະທະກັນໃນວັນທີ 4 ມິຖຸນາ ມີເຂດໃຈກາງ ແລະ ເຂດທາງທິດໃຕ້ຂອງນະຄອນຫຼວງ Khartoum ແລະ ເຂດ Bahri ຢູ່ທາງທິດເໜືອ ລັດ Blue Nile. ຢູ່ເຂດຊານນະຄອນຫຼວງ, ການປະທະກັນກໍ່ເກີດຂຶ້ນຢູ່ເຂດ Darfur ຢູ່ພາກຕາເວັນຕົກຊູດັງ.

        ການປະທະກັນລະຫວ່າງກອງທັບ ຊູດັງ ແລະ ກຳລັງປະຕິກິລິຍາໄວ (RSF) ເຄິ່ງການທະຫານ ເກີດຂຶ້ນໃນວັນທີ 15 ເມສາ, ພາຍຫຼັງທີ່ ກຳລັງ RSF ຜັນຂະຫຍາຍກຳລັງໃນທົ່ວນະຄອນຫຼວງຢ່າງວ່ອງໄວ. ການປະທະກັນແກ່ຍາວຕະຫຼອດໄລຍະ 7 ອາທິດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 1.800 ຄົນ ແລະ ປະມານ 1,2 ລ້ານຄົນຕ້ອງປະລະເຮືອນຊານບ້ານຊ່ອງຂອງຕົນເພື່ອໄປອົບພະຍົບຢູ່ບ່ອນອື່ນ ໃນຂະນະທີ່ມີ 400.000 ຄົນຕ້ອງອົບພະຍົບຢູ່ບັນດາປະເທດບ້ານໃກ້ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ