ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 29 ພຶດສະພາ, ໄດ້ 43 ມື້ແລ້ວທີ່ຫວຽດນາມ ບໍ່ມີຜູ້ຕິດໂລກລະບາດໃນຊຸມຊົນ.

ປະຈຸບັນ, ຫວຽດນາມ ມີຜູ້ໂລກລະບາດມາຈາກຕ່າງປະເທດ ລວມທັງໝົດ 187 ຄົນ ແລະ ໄດ້ແຍກຕົວທັນທີ ໃນຂະນະທີ່ເຂົ້າຫວຽດນາມ.

        ໃນຂະນະນັ້ນ, ທົ່ວໂລກໄດ້ມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 5.716.621 ຄົນ. ປະຈຸບັນ, ອາເມລິກາ ຍັງແມ່ນປະເທດມີກໍລະນີຕິດໂລກລະບາດ ແລະ ເສຍຊີວິດຫຼາຍກວ່າໝູ່ຢູ່ໃນໂລກດ້ວຍຈຳນວນ 1.728.899 ແລະ 100.674. ອັງກິດ ແມ່ນປະເທດມີກໍລະນີເສຍຊີວິດຫຼາຍທີ່ 2, ໃນຂະນະນັ້ນ, ບຣາຊິນ ກໍ່ເປັນປະເທດທີ່ມີຜູ້ຕິດໂລກລະບາດສູງທີ 2 ໃນໂລກ.

        ສະພາບການໂລກລະບາດຢູ່ອາຟະລິກາ ພວມຜັນແປໄປຢ່າງສັບສົນ. ວັນທີ 28 ພຶດສະພາ, ລັດຖະບານ ອານເຊຣີ ຖະແຫຼງວ່າ ໄດ້ຕໍ່ກຳນົດເວລາຄຳສັ່ງປິດລ້ອມແກ່ຍາວໄປຕື່ມອີກ 2 ອາທິດ ຈົນຮອດວັນທີ 13 ມິຖຸນາ, ໃນສະພາບບັນດາກໍລະນີຕິດໂລກລະບາດຢູ່ປະເທດນີ້ຍັງສືບຕໍ່ເພີ່ມຂຶ້ນ, ປະຈຸບັນແມ່ນຂຶ້ນເຖິງ 9.000 ກໍລະນີ.

        ໃນຂະນະນັ້ນ, ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄທ ແລະ ມາເລເຊຍ ໄດ້ຕົກລົງປິດປະຕູຊາຍແດນລວມ ຍ້ອນກວດພົບກໍລະນີຕິດໂລກລະບາດໃໝ່.

        ຢູ່ເອີລົບ, ວັນທີ 28 ພຶດສະພາ, ຝລັ່ງ ໄດ້ກ້າວເຂົ້າສູ່ໄລຍະທີ 2 ຂອງການຜ່ອນພັນການແຍກຫ່າງໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ