ການພົບປະຂັ້ນສຸດຍອດຫວຽດນາມ-ກຳປູເຈຍ-ລາວ

(VOVWORLD) -ວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານພັກປະຊາຊົນກຳປູເຈຍ ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ, ທ່ານ ເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະຂັ້ນສຸດຍອດ ຫວຽດນາມ-ກຳປູເຈຍ-ລາວ
       ການພົບປະຂັ້ນສຸດຍອດຫວຽດນາມ-ກຳປູເຈຍ-ລາວ - ảnh 1 ການພົບປະຂັ້ນສຸດຍອດຫວຽດນາມ-ກຳປູເຈຍ-ລາວ

   ການນຳທັງ 3 ທ່ານ ໄດ້ຕີລາສູງຄວາມໝາຍ ແລະ ຄວາມສຳຄັນຂອງການພົບປະ ແລະ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນ ມີວຽກງານພັກ, ການພັດທະນາເສດຖະກີດ-ສັງຄົມ, ພິເສດໃນສະພາບການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19. ການນໄທັງ 3 ທ່ານ ກໍຍັງແລກປ່ຽນສະພາບການຮ່ວມມືໃນໄລຍະທີ່ຜ່ານມາ, ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະທີ່ຈະມາເຖິງ. ພ້ອມກັນເຫັນດີເປັນເອກະສັນກ່ຽວກັບຄວາມສຳຄັນຂອງສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີມິດຕະພາບ, ສະໜິດຕິດພັນລະຫວ່າງ 3 ພັກ, 3 ປະເທດ.

    ການນຳທັງ 3 ທ່ານ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ເສີມຂະຫຍາຍບັນດາກົນໄກໃນປະຈຸບັນຢ່າງມີປະສິດທິຜົນ, ສືບຕໍ່ແລກປ່ຽນຮ່ວມມືໃນບັນດາຂົງເຂດໃນໄລຍະທີ່ຈະມາເຖິງ ເພື່ອຜົນປະໂຫຍດຂອງປະຊາຊົນ 3 ປະເທດ, ເພື່ອສັນຕີພາບ, ສະຖຽນລະພາບ, ການຮ່ວມມືພັດທະນາໃນພາກພື້ນແລະ ໃນໂລກ.

     ເນື່ອງໃນໂອກາດນີ້, ທ່ານປະທານພັກປະຊາຊົນກຳປູເຈຍ ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນໄດ້ເຂົ້າຢ້ຽມຄຳນັບທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ. ທ່ານ ເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ກໍໄດ້ເຂົ້າຢ້ຽມຄຳນັບທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ

ຕອບກັບ

ຂ່າວ/ບົດ​ອື່ນ