ການພົບປະແລກປ່ຽນການປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ຈີນ

(VOVWORLD) -ປັດໄຈສໍາຄັນທີ່ສຸດ ແມ່ນສອງປະເທດຄວນຮັບຮູ້ວ່າ ຄວາມສັນຕິພາບ ແລະ ສະຖຽນລະພາບຂອງປະເທດນີ້ ຈະແມ່ນຜົນປະໂຫຍດຂອງປະເທດອື່ນ
ການພົບປະແລກປ່ຽນການປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ຈີນ - ảnh 1 ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ

ລາຍການພົບປະແລກປ່ຽນການປ້ອງກັນຊາດຢູ່ເຂດຊາຍແດນ ລະຫວ່າງຫວຽດນາມ - ຈີນ ຄັ້ງທີ 5 ພວມຖືກດໍາເນີນຢູ່ແຂວງກາວບັງ (ຫວຽດນາມ) ແລະ ກວາງຊີ (ຈີນ) ໃນລະຫວ່າງວັນທີ 19 – 21 ພະຈິກ. ເມື່ອຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ແລະ ຈີນ ເປັນເອກະພາບກັນຈັດຕັ້ງລາຍການພົບປະແລກປ່ຽນບົນເນື້ອໃນຈິດໃຈແທດຈິງ, ມຸ່ງໄປສູ່ການແກ້ໄຂບັນດາບັນຫາຊາຍແດນ ເພື່ອເຂດຊາຍແດນສັນຕິພາບ ແລະ ມິດຕະພາບ.

        ຈຸດໃໝ່ໃນບັນດາການເຄື່ອນໄຫວປີນີ້ແມ່ນ: ຝຶກຊ້ອມການກູ້ໄພກູ້ຊີບ; ຈັດຕັ້ງການກວດສຸຂະພາບ ແລະ ແຈກຢາຍຢຸກຢາໃຫ້ແກ່ປະຊາຊົນຢູ່ສອງຟາກເຂດຊາຍແດນ..

        ເພື່ອສືບຕໍ່ຊຸກຍູ້ການພົວພັນອັນດີງາມລະຫວ່າງກອງທັບສອງປະເທດ ໃຫ້ພັດທະນາຢ່າງປອດໃສ ແລະ ສະຖຽນລະພາບໃນໄລຍະຈະມາເຖິງ, ທ່ານພົນໂທ ຫງວຽນຈີ໋ວິ້ງ ຖືວ່າ ປັດໄຈສໍາຄັນທີ່ສຸດ ແມ່ນສອງປະເທດຄວນຮັບຮູ້ວ່າ ຄວາມສັນຕິພາບ ແລະ ສະຖຽນລະພາບຂອງປະເທດນີ້ ຈະແມ່ນຜົນປະໂຫຍດຂອງປະເທດອື່ນ, ຄວາມຮັບຮູ້ດັ່ງກ່າວຕ້ອງອີງໃສ່ການ   ກະທໍາລະອຽດ,ເພີ່ມທະວີການຮ່ວມມືທີ່ແທດຈິງ. ພ້ອມກັນນັ້ນ, ບໍ່ຖືບັນຫາທະເລຕາເວັນອອກ ຢູ່ນອກການພົວພັນລະຫວ່າງສອງປະເທດ, ປະຕິບັດຕາມທິດນໍາລວມຂອງການນໍາສອງພັກ ແມ່ນການແກ້ໄຂທຸກບັນຫາ ດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ບັນດາສັນຍາພາກພື້ນທີ່ໄດ້ລົງນາມ ຄື DOC,  ເຄົາລົບເອກະລາດອໍານາດອະທິປະໄຕຂອງກັນ. ສໍາລັບດ້ານການທະຫານ, 2 ຝ່າຍ ໃຫ້ຄໍາໝັ້ນສັນຍາຈະບໍ່ນໍາໃຊ້ກໍາລັງແຮງການທະຫານ ເພື່ອແກ້ໄຂບັນຫາຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ