ການ​ພົວ​ພັນ ຫວຽດ​ນາມ - ຈີນ ​ຍັງ​ຄົງຮັກ​ສາ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຖືວ່າ, ບົນພື້ນຖານການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ, ດ້ວຍຄວາມມານະພະຍາຍາມລວມຂອງທັງສອງຝ່າຍ, ການຮ່ວມມືຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຈີນ ແນ່ນອນວ່າ ຈະບັນລຸໄດ້ບາດກ້າວພັດທະນາຢ່າງແຮງ ແລະ ຍິ່ງໃຫຍ່ກ່ວາອີກໃນໄລຍະຈະມາເຖິງ.
ການ​ພົວ​ພັນ ຫວຽດ​ນາມ - ຈີນ ​ຍັງ​ຄົງຮັກ​ສາ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ (ພາບ: TTXVN)

ວັນທີ 1 ກໍລະກົດ, ພັກກອມມູນິດ ຈີນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ. ໂດຍຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ຈີນ, ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ຖືວ່າ, ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບຢ່າງແຮງຕໍ່ສະພາບການຮ່ວມມືສາກົນຂອງທຸກໆປະເທດໃນໂລກ, ໃນນັ້ນມີການພົວພັນແລກປ່ຽນ ລະຫວ່າງ ສອງພັກ, ສອງລັດ ຫວຽດນາມ - ຈີນ. ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ດ້ວຍບັນດາຄວາມມານະພະຍາຍາມລວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນໄລຍະທີ່ຜ່ານມາ ສອງຝ່າຍໄດ້ມີວິທີການເຮັດວຽກທີ່ມີໄຫວພິບ, ຈຳກັດຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19 ໃຫ້ດີທີ່ສຸດ, ດັ່ງນັ້ນ, ການພົວພັນທາງການເມືອງ ຍັງຮັກສາໄດ້ທ່າພັດທະນາອັນດີງາມ, ການຮ່ວມມືເສດຖະກິດ, ການຄ້າມີການເຕີບໂຕຢູ່ລະດັບທີ່ເປັນໜ້າປະທັບໃຈ, ການຮ່ວມມືໃນການປ້ອງການ, ຕ້ານໂລກລະບາດໂຄວິດ - 19 ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ສິ່ງນີ້ສະແດງໃຫ້ເຫັນໃນທຸກດ້ານ: ການພົບປະຂັ້ນສູງທີ່ໄດ້ດຳເນີນຢ່າງເປັນປະຈຳດ້ວຍຮູບການທີ່ມີໄຫວພິບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການເພີ່ມຂຶ້ນສູງ, ການຮ່ວມມືດ້ານເສດຖະກິດ, ການຄ້າສືບຕໍ່ແມ່ນຈຸດເດັ່ນ, ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບັນລຸໝາກຜົນທີ່ແທດຈິງ. ສອງຝ່າຍຕັ້ງໜ້າໜູນຊ່ວຍກັນກ່ຽວກັບອຸປະກອນການແພດ, ຜ້າອັດປາກດັງ…

        ທ່ານເອກອັກຄະລັດຖະທູດ ຖືວ່າ, ບົນພື້ນຖານການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ, ດ້ວຍຄວາມມານະພະຍາຍາມລວມຂອງທັງສອງຝ່າຍ, ການຮ່ວມມືຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຈີນ ແນ່ນອນວ່າ ຈະບັນລຸໄດ້ບາດກ້າວພັດທະນາຢ່າງແຮງ ແລະ ຍິ່ງໃຫຍ່ກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ