ການພົວພັນຄູ່ຮ່ວມມືຍຸດທະສາດອິນເດຍ-ຫວຽດນາມນັບມືນັບພັດທະນາຢ່າງເລິກເຊີ່ງ

ການພົວພັນຄູ່ຮ່ວມມືຍຸດທະສາດອິນເດຍ-ຫວຽດນາມນັບມືນັບພັດທະນາຢ່າງເລິກເຊີ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ແລະ ທ່ານ​ລັດຖະມົນຕີ​
ວ່າການ​ກະຊວງປ້ອງກັນປະເທດຫວຽດນາມ ຟູ່ງກວາງ​ແທງ
(ພາບ: FTI)

(vovworld) – ວັນ​ທີ 25/5 ຢູ່ນະຄອນຫຼວງ​ນີວ​ເດ​ລີ, ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ເອກ ຟູ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງການ​ທະຫານ​ຫວຽດນາມ, ພວມຢ້ຽມຢາມ​ອິນ​ເດຍ ລະຫວ່າງ​ວັນ​ທີ 25 – 26/5. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ Narendra Modi ຢັ້ງຢືນ​ວ່າ:​ ໃນນະ​ໂຍບາຍ​ມຸ່ງ​​ໄປ​ສູ່​ທິດ​ຕາ​ເວັນ​ອອກ​ຂອງ​ຕົນ, ອິນ​ເດຍ ​ຖື ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​​ໄດ້​ຮັບ​ບຸລິ​ມະ​ສິດອັນ​ດັບ​ໜຶ່ງ. ອິນ​ເດຍ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​​ໃນ 5 ຂົງ​ເຂດ​ເສົ້າ​ຄ້ຳ​, ​ໃນ​ນັ້ນ​ມີ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ​​ໃຫ້ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ, ນຳ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດຍ ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳນັກ​ງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.ອິນ​ເດຍ, ທ່ານ​ລັດຖະມົນ​ຕີ ຟູ່ງກວາງ​ແທງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດອິນ​ເດຍ Manohar Parrikar. ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ຢັ້ງຢືນ​ວ່າ: ຫວຽດນາມ ຖື​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ ກໍ່​ຄືການຮ່ວມ​ມື​ຍຸດ​ທະ​ສາດ​ກັບອິນ​ເດຍ ເປັນ​ສຳຄັນ, ສະໜັບສະໜູນອິນ​ເດຍ ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ກຳມະການ​​ບໍ່​ປະຈຳການສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ​ອາຍຸ​ການຕໍ່​ໄປ.

         ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ລັດຖະມົນຕີທັງ 2 ທ່ານ​ໄດ້​ລົງ​ນາມ​ໃນ “ຖະ​ແຫຼງການ​ວິ​ໄສ​ທັດ​ລວມ ກ່ຽວ​ກັບ​ການ​ພົວພັນດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ - ອິນ​ເດຍ ​ໄລຍະ 2015 - 2020” ​ແລະ ​ເປັນສັກຂີ​ພິຍາມ​ພິທີລົງ​ນາມ​ໃນ “ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ຕຳຫຼວດ​ທະ​ເລ​ຫວຽດນາມ ​ແລະ ກຳລັງ​ປົກ​ປັກ​ຮັກສາ​ຝັ່ງ​ທະ​ເລ​ປະ​ເທດ ສ.ອິນ​ເດຍ ກ່ຽວ​ກັບການ​ສ້າງ​ຕັ້ງ​ການ​ພົວພັນ ສົມທົບ​ກັນ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ພັດທະນາ​ການຮ່ວມ​ມື​ລວມ”.



ຂ່າວ/ບົດ​ອື່ນ