ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຫວນ​ຄືນ 65 ປີ​ທີ່​ຜ່ານ​ມາ ແລະ ເສັ້​ນ​ທາງ ໃນ​ພາຍ​ພາກ​ໜ້າ

(VOVWORLD) -ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນພາຍພາກໜ້າ” ໄດ້ດຳເນີນໃນຕອນເຊົ້າວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ.
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຫວນ​ຄືນ 65 ປີ​ທີ່​ຜ່ານ​ມາ ແລະ ເສັ້​ນ​ທາງ ໃນ​ພາຍ​ພາກ​ໜ້າ - ảnh 1ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ:qdnd.vn)

ນີ້ແມ່ນການເຄື່ອນໄຫວໃນຂອບເຂດການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ (30 ທັນວາ 1955 – 30 ທັນວາ 2020), ເພື່ອແນໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນປະຫວັດສາດການພົວພັນລະຫວ່າງ ສອງປະເທດ ແລະ ສະເໜີບັນດາກຳນົດທິດພັດທະນາໃນອະນາຄົດ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສອງປະເທດໄດ້ແບ່ງປັນຜົນປະໂຫຍດລວມໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ສອງປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ທ່ານກ່າວວ່າ:

        ໂລກລະບາດ Covid 19 ເກີດຂຶ້ນແມ່ນສິ່ງພິສູດໃຫ້ເຫັນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ສອງປະເທດ. ການນຳສອງປະເທດ ໄດ້ມີບັນດາການແລກປ່ຽນ, ແບ່ງປັນ, ປະສົບການ, ປຶກສາຫາລື ມາດຕະການຮັບມືກັບໂລກລະບາດ Covid 19 ກໍ່ຄືໜູນຊ່ວຍວິສາຫະກິດ ແລະ ປະຊາຊົນສອງປະເທດ. ຢູ່ລະດັບພາກພື້ນ ແລະ ສາກົນ ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກເວທີປາໄສຄື ຊຸກຍູ້ວິໄສທັດລວມຂອງ ອາຊຽນ, ຊຸກຍູ້ທັດສະນະອາຊຽນກ່ຽວກັບ ມະຫາສະມຸດອິນເດຍ - ປາຊີຟິກ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາກົນໄກຮ່ວມມືຕ່າງໆ.

        ບັນດາຜົນງານທີ່ບັນລຸໄດ້ໃນໄລຍະ 65 ປີທີ່ຜ່ານມາ ແມ່ນປະຖົມປັດໄຈເພື່ອຊຸກຍູ້ການພົວພັນຢ່າງໝັ້ນຄົງ ແລະ ສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຂຶ້ນສູ່ລະດັບສູງໃໝ່ ໃນ “ເສັ້ນທາງໃນພາຍພາກໜ້າ”, ພິເສດແມ່ນໃນສະພາບການ ໂລກລະບາດໂຄວິດ - 19 ພວມສ້າງສິ່ງທ້າທາຍທີ່ຍັງບໍ່ເຄີຍມີມາກ່ອນສຳລັບພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ