ການພົວພັນລະຫວ່າງຫວຽດນາມ-ນິວຊີແລນພັດທະນາຢ່າງແຮງ ແລະ ເລິກເຊິ່ງ, ກວ້າງຂວາງ

(VOVWORLD) -ເລື່ອງ ນິວຊີແລນ ແລະ ຫວຽດນາມ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ກໍລະກົດ 2020 ແມ່ນຂີດໝາຍສຳຄັນໃນການພົວພັນຮ່ວມມື 2 ຝ່າຍ.
ການພົວພັນລະຫວ່າງຫວຽດນາມ-ນິວຊີແລນພັດທະນາຢ່າງແຮງ ແລະ ເລິກເຊິ່ງ, ກວ້າງຂວາງ - ảnh 1ທ່ານນາງເອກອັກຄະລັດຖະທູດນິວຊີແລນ ປະຈຳຫວຽດນາມ ຄົນໃໝ່ Tredene Cherie Dobson
(ພາບ: ສະຖານທູດ)

ທ່ານນາງເອກອັກຄະລັດຖະທູດນິວຊີແລນ ປະຈຳຫວຽດນາມ ຄົນໃໝ່ Tredene Cherie Dobson, ຢືນຢັນວ່າ ເລື່ອງ ນິວຊີແລນ ແລະ ຫວຽດນາມ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ກໍລະກົດ 2020 ແມ່ນຂີດໝາຍສຳຄັນໃນການພົວພັນຮ່ວມມື 2 ຝ່າຍ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (19 ມິຖຸນາ 1975 – 19 ມິຖຸນາ 2021), ທ່ານນາງເອກອັກຄະລັດຖະທູດຄົນໃໝ່ Dobson ເນັ້ນໜັກວ່າ, ການພົວພັນລະຫວ່າງ Wellington ແລະ ຮ່າໂນ້ຍ ພວມພັດທະນາຢ່າງແຮງ, ເລິກເຊິ່ງ, ກວ້າງຂວາງ ແລະ ມີທ່າແຮງບົ່ມຊ້ອນຫຼາຍຢ່າງ. ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 14 ຂອງ ນິວຊີແລນ ແລະ ວົງເງິນສົ່ງອອກລະຫວ່າງ 2 ປະເທດບັນລຸລະດັບເຕີບໂຕສູງ, ມີລັກສະນະເພິ່ມເຕີ່ມໃຫ້ແກ່ກັນ. ການແລກປ່ຽນການຄ້າລະຫວ່າງ 2 ປະເທດໃນປີ 2020 ບັນລຸ 1,35 ຕື້ USD, ເພີ່ມຂຶ້ນ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ທ່ານນາງເອກອັກຄະລັດຖະທູດ Dobson ຕີລາຄາສູງໝາກຜົນການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ 2 ຝ່າຍໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ Dobson ເນັ້ນໜັກວ່າ, ນິວຊີແລນ ແລະ ຫວຽດນາມ ລ້ວນແຕ່ມຸ່ງໄປເຖິງການຊຸກຍູ້ການເຕີບໂຕຢ່າງແຮງ ພາຍຫຼັງໂລກລະບາດ, ພ້ອມທັງເນັ້ນໜັກວ່າ 2 ປະເທດສາມາດນຳໃຊ້ບັນດາສັນຍາການຄ້າເສລີມີຄຸນນະພາບສູງເຊິ່ງທັງ 2 ປະເທດລ້ວນແຕ່ເຂົ້າຮ່ວມເພື່ອເພີ່ມທະວີການແລກປ່ຽນການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ