ການພົວພັນລະຫວ່າງຫວຽດນາມແລະອານເຊຣີພັດທະນາໃນຫລາຍຂົງເຂດ

ການພົວພັນລະຫວ່າງຫວຽດນາມແລະອານເຊຣີພັດທະນາໃນຫລາຍຂົງເຂດ - ảnh 1

 (vovworld)-ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຫວູ​ເທ​ຫຽບ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ​ໃນ​ໂອ​ກາດ​ຕົ້ນ​ປີ​ໃຫມ່. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ເທ​ຫຽບ ໃຫ້​ຮູ້​ວ່າ:  ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ ອານ​ເຊ​ຣີ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລະ ມີ​ບາດ​ກ້າວ​ພັດ​ທະ​ນາ​ດີ​ພໍ​ສົມ​ຄວນ​ໃນ​ຫລາຍ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ. ກ່ຽວ​ກັບ​ຮູບ​ການ​ຊ​ຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ເທ​ຫຽບ ເນັ້ນ​ຫນັກ​ວ່າ: ສອງ​ຝ່າຍ ຄວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ຊຸກ​ຍູ້​ການ​ສ້າງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃຫມ່.

 

 

 

 

ຂ່າວ/ບົດ​ອື່ນ