ການຢ້ຽມຢາມ ກຳປູເຈຍ ຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເພື່ອແນໃສ່ຫັນບັນດາຂໍ້ຕົກລົງລະຫວ່າງການນຳ 2 ປະເທດເປັນລະອຽດ

(VOVWORLD) -ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຈະພ້ອມກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhon ຫັນບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດເປັນລະອຽດ
ການຢ້ຽມຢາມ ກຳປູເຈຍ ຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເພື່ອແນໃສ່ຫັນບັນດາຂໍ້ຕົກລົງລະຫວ່າງການນຳ 2 ປະເທດເປັນລະອຽດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: TTXVN)

ໃນລະຫວ່າງວັນທີ 19 – 20 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຈະເດີນທາງໄປຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຕາມຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhon. ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ດຳເນີນພາຍຫຼັງການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເມື່ອວັນທີ 21-22 ທັນວາ 2021 ບໍ່ຮອດໜຶ່ງເດືອນ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ.

        ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳລາຊະອານາຈັກ ກຳປູເຈຍ ຫງວຽນຮຸຍຕັງ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຈະພ້ອມກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhon ຫັນບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດເປັນລະອຽດ, ເພື່ອພ້ອມກັນຈັດບັນດາການເຄື່ອນໄຫວລະອຽດ, ແທດຈິງຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ, ຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 55 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ (24 ມິຖຸນາ 1967 – 24 ມິຖຸນາ 2022); ພ້ອມທັງ, ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ