ການ​ຢ້ຽມ​ຢາມ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ບັນ​ລຸ​ໝາກ​ຜົນ​ຢ່າງ​ຮອບ​ດ້ານ ແລະ ແທດ​ຈິງ

(VOVWORLD) -ໃນຂອບເຂດຂອງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 10 ສະບັບ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ຄູ່ຮ່ວມມືດີຈີຕອນ, ໜູນຊ່ວຍກົດໝາຍພົນລະເຮືອນ, ການສຶກສາ - ບຳລຸງສ້າງ, ການເງິນ - ການທະນາຄານ, ສາທາລະນະສຸກ, ການຄົມມະນາຄົມທາງນ້ຳ ແລະ ການຮ່ວມມືບຳລຸງສ້າງພະນັກງານພົວພັນຕ່າງປະເທດ ໃຫ້ຫຼາຍກວ່າອີກ.
ການ​ຢ້ຽມ​ຢາມ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ບັນ​ລຸ​ໝາກ​ຜົນ​ຢ່າງ​ຮອບ​ດ້ານ ແລະ ແທດ​ຈິງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: TTXVN)

ການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບັນລຸໝາກຜົນຢ່າງຮອບດ້ານ ແລະ ແທດຈິງ”. ນັ້ນແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເມື່ອໃຫ້ສຳພາດຕໍ່ນັກຂ່າວ ຫວຽດນາມ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມ ສປປ. ລາວ ຢ່າງເປັນທາງການ, ພ້ອມທັງເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ ຫວຽດນາມ - ລາວ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແຕ່ວັນທີ 11 -12 ມັງກອນ.

        ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ດ້ວຍເກືອບ 20 ກິດຈະກຳ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ; ເຂົ້າຢ້ຽມຂ່ຳນັບເລຂາທິການໃຫຍ່, ປະທານປະເທດ ລາວ ທ່ານ ທອງລຸນ ສີສຸລິດ; ພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ; ຕ້ອນຮັບປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ບໍ່ວຽງຄຳ ວົງດາລາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມການຖະແຫຼງຂ່າວສະຫຼຸບປີ “ສາມັກຄີມິດຕະພາບ  ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”; ... ໃນຂອບເຂດຂອງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 10 ສະບັບ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ຄູ່ຮ່ວມມືດີຈີຕອນ, ໜູນຊ່ວຍກົດໝາຍພົນລະເຮືອນ, ການສຶກສາ - ບຳລຸງສ້າງ, ການເງິນ - ການທະນາຄານ, ສາທາລະນະສຸກ, ການຄົມມະນາຄົມທາງນ້ຳ ແລະ ການຮ່ວມມືບຳລຸງສ້າງພະນັກງານພົວພັນຕ່າງປະເທດ ໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ