ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ຜູ້​ມີ​ອຳ​ນາດ​ເຕັ​ມ​ແຫ່ງ ອົດ​ສະ​ຕ​າ​ລີ: ຂີດ​ໝາຍ​ພົ້ນ​ເດັ່ນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອົດ​ສະ​ຕາ​ລີ

(VOVWORLD) -ນັບແຕ່ວັນທີ 3 – 6 ເມສາ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ David Hurley ຈະຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ.
ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ຜູ້​ມີ​ອຳ​ນາດ​ເຕັ​ມ​ແຫ່ງ ອົດ​ສະ​ຕ​າ​ລີ: ຂີດ​ໝາຍ​ພົ້ນ​ເດັ່ນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອົດ​ສະ​ຕາ​ລີ - ảnh 1ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ David Hurley (ພາບ: abc.net.au)

ເມື່ອແບ່ງປັນກ່ຽວກັບຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski ໃຫ້ຮູ້ວ່າ ນີ້ເປັນຄັ້ງທີ 3 ເຊິ່ງປະມຸກລັດ ອົດສະຕາລີ ມາຢ້ຽມຢາມ ຫວຽດນາມ, ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 50 ປີ (1973-2023). ການຢ້ຽມຢາມຄັ້ງນີ້ ຈະແມ່ນຂີດໝາຍພົ້ນເດັ່ນໃນປີສະເຫຼີມສະຫຼອງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ. ທ່ານ David Hurley ເປັນການນຳຜູ້ທຳອິດໃນບັນດາການນຳຂັ້ນສູງສຳຄັນຂອງ ອົດສະຕາລີ ທີ່ຈະມາຢ້ຽມຢາມ ຫວຽດນາມ ໃນປີນີ້.

        ການເຄື່ອນໄຫວສຳຄັນທີ່ສຸດໃນຂອບເຂດການຢ້ຽມຢາມດັ່ງກ່າວ ແມ່ນ ການພົບປະຂັ້ນສູງ. ຄາດວ່າ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ຈະພົບປະກັບການນຳຂັ້ນສູງທັງ 4 ທ່ານຂອງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ທ່ານ David Hurley ກໍຈະມີການພົບປະກັບກຳລັງຮັກສາສັນຕິພາບ ຫວຽດນາມ, ພົບປະອະດີດນັກສຶກສາ ທີ່ເຄີຍຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງ ອົດສະຕາລີ.


ຕອບກັບ

ຂ່າວ/ບົດ​ອື່ນ