ກ​ານ​ຢ້​ຽມ​ຢາມ​ຂອງທ່ານ​ປະ​ທານ​ປະ​ເທດຫວຽດ​ນາມຫງວຽນ​ຊວັນ​ຟຸກປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດຫວຽດ​ນາມ - ລາວ​ເຂົ້າ​ສູ່​ລວງ​ເລິກ

(VOVWORLD) -ການຢ້ຽມຢາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພ້ອມທັງແມ່ນການໄປປະຕິບັດງານຢູ່ຕ່າງປະເທດທຳອິດຂອງ ທ່ານ ຫງວຽນຊວັນຟຸກ ໃນຖານະເປັນປະທານປະເທດ.



ກ​ານ​ຢ້​ຽມ​ຢາມ​ຂອງທ່ານ​ປະ​ທານ​ປະ​ເທດຫວຽດ​ນາມຫງວຽນ​ຊວັນ​ຟຸກປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດຫວຽດ​ນາມ - ລາວ​ເຂົ້າ​ສູ່​ລວງ​ເລິກ - ảnh 1ວັນທີ 5 ກໍລະກົດ 2020, ຢູ່ນະຄອນ ດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ພ້ອມກັບພັນລະຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9 – 10 ສິງຫາ 2021.

ການຢ້ຽມຢາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພ້ອມທັງແມ່ນການໄປປະຕິບັດງານຢູ່ຕ່າງປະເທດທຳອິດຂອງ ທ່ານ ຫງວຽນຊວັນຟຸກ ໃນຖານະເປັນປະທານປະເທດ.

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ ສາຍພົວພັນພິເສດຫວຽດນາມ - ລາວໂດຍການນຳລຸ້ນຕ່າງໆສືບທອດ ແລະ ປະຊາຊົນສອງປະເທດອອກເຫື່ອເທແຮງເພີ່ມພູນຄຸນສ້າງ. ທ່ານເອກອັກຄະລັດຖະທູດ ຖືວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການພັດທະນາໃນສະໄໝໃໝ່. ຫວຽດນາມຄວນສືບຕໍ່ປະຕິບັດການເພີ່ມທະວີການພົວພັນໃຫ້ດີກ່ວາອີກ ແລະ ການຮ່ວມມືຢ່າງສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພິເສດແມ່ນລະຫວ່າງ ພັກກອມມູນິດ ຫວຽດນາມ ກັບພັກປະຊາຊົນປະຕິວັດ ລາວ, ການພົວພັນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອປັບປຸງໃຫ້ກາຍເປັນເສົາຄ້ຳໝັ້ນແກ່ນກ່ວາອີກ.

ພ້ອມທັງສອງຝ່າຍສຸມໃສ່ຢ່າງແຮງກ່ວາອີກເຂົ້າໃນສອງບັນຫາໃຫຍ່. ນັ້ນແມ່ນຍົກລະດັບການພົວພັນເສດຖະກິດ - ການຄ້າ - ການລົງທຶນ ທີ່ເໝາະສົມກັບການພົວພັນດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຍູ້ແຮງວຽກງານການສຶກສາ, ເຜີຍແຜ່ໂຄສະນາ ໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມ, ກ່ຽວກັບມູນເຊື້ອ, ຄວາມໝາຍຍຸດທະສາດ ແລະ ຄວາມສຳຄັນພິເສດຂອງການພົວພັນ ລະຫວ່າງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ