ການລາດຕະເວນຮ່ວມຫວຽດນາມ-ຈີນ

ການລາດຕະເວນຮ່ວມຫວຽດນາມ-ຈີນ - ảnh 1
ກຳປັ່ນກອງທັບເຮືອຫວຽດນາມ ແລະ ຈີນລາດຕະເວນຮ່ວມ
ພາບ:internet


(vovworld)-​​ ​ເລື່ອງ​ກຳ​ປັ່ນ​ກອງທັບ​ເຮືອ 2 ລຳ ຂອງ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ລາດ​ຕະ​ເວນ​ຮ່ວມ, ຢ້ຽມ​ຢາມ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ທະຫານ​ເຮືອ​ຈີນ ຢູ່​ນະຄອນ ຢານ​ແຈງ ​ແຂວງ ກວາງ​ຕູ​ງ ຂອງ​ຈີນ ​ໄດ້​ຢັ້ງຢືນ​ຢ່າງ​ຈະ​ແຈ້ງ​ນະ​ໂຍບາຍ​ເອກະລາດ​, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ຮ່ວມ​ມື​ຂອງ​ຫວຽດນາມ, ພິ​ເສດ ຖື ຈີນ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຕົນ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຫງວຽນ​ວັນ​ເທີ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ຈີນ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ Quan doi nhan dan (ກວນ​ໂດ້ຍ​ເຍີນ​ເຢີ​ນ) ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ເທີ​ ​ແລ້ວ, ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຍາມ​ໃດ​ກໍ​ພ້ອມ​ແລ້ວ​ຮ່ວມ​ມື​ກັບ​ກອງທັບ​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ພາກ​ພື້ນ, ພິ​ເສດ ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ ຫງວຽນ​ວັນ​ເທິ​ໃຫ້​ຮູ້​ວ່າ: ນີ້​ແມ່ນການ​ລາດຕະ​ເວນ​ຮ່ວມ​ປະຈຳ​ປີ​ລະຫວ່າງ​ກອງທັບ​ເຮືອ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ