ການສົ່ງອອກ ແລະ ນຳເຂົ້າສິນຄ້າໃນສອງເດືອນຕົ້ນປີ ໄດ້ເພິ່ມຂຶ້ນສູງ

(VOVWORLD) -ໃນສອງເດືອນ ຕົ້ນປີນີ້, ວົງເງິນສົ່ງອອກ ແລະ ນຳເຂົ້າຂອງ ຫວຽດນາມ ບັນລຸລະດັບສູງ ດ້ວຍຍອດວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າ ຄາດວ່າບັນລຸ 95,81 ຕື້ USD
ການສົ່ງອອກ ແລະ ນຳເຂົ້າສິນຄ້າໃນສອງເດືອນຕົ້ນປີ ໄດ້ເພິ່ມຂຶ້ນສູງ - ảnh 1ພາບປະກອບ

    ຕາມການປະກາດຂອງກົມໃຫຍ່ສະຖີຕິ ເມື່ອວັນທີ 28 ກຸມພາ, ໃນສອງເດືອນ ຕົ້ນປີນີ້, ວົງເງິນສົ່ງອອກ ແລະ ນຳເຂົ້າຂອງ ຫວຽດນາມ ບັນລຸລະດັບສູງ ດ້ວຍຍອດວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າ ຄາດວ່າບັນລຸ 95,81 ຕື້ USD ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນການສົ່ງອອກບັນລຸ 48,55 ຕື້ USD ເພີ່ມຂຶ້ນ 23,2%; ມູນຄ່າການນຳເຂົ້າບັນລຸ 47,26 ຕື້ USD, ເພີ່ມຂຶ້ນ 25,9%. ດູນການຄ້າຂາຍສິນຄ້າຄາດວ່າມີວົງເງິນສົ່ງອອກເກີນດູນປະມານ 1,29 ຕື້ USD.  ກ່ຽວກັບການສົ່ງອອກມີສິນຄ້າ 9 ປະເພດບັນລຸວົງເງິນສົ່ງອອກ ຫຼາຍກວ່າ 1 ຕື້ USD ກວມເອົາ 73,8% ຍອດວົງເງິນສົ່ງອອກ. ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດ ດ້ວຍວົງເງິນສົ່ງອອກບັນລຸ 14,2 ຕື້ USD ເພີ່ມຂຶ້ນ 38,2 % ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖັດມາແມ່ນ ຈີນ, EU ແລະ ອາຊຽນ.

      ກ່ຽວກັບການນຳເຂົ້າສິນຄ້າ  ມີສິນຄ້າ 11 ປະເພດບັນລຸວົງເງິນນຳເຂົ້າ ຫຼາຍກວ່າ 1 ຕື້ USD ກວມເອົາ 67,6% ຍອດ ວົງເງິນນຳເຂົ້າ. ຈີນ ແມ່ນຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນນຳເຂົ້າຄາດວ່າ 17,3 ຕື້ USD ເພີ່ມຂຶ້ນ 85,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖັດມາແມ່ນ ສ ເກົາຫຼີ, ອາຊຽນ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ