ການສົ່ງອອກ​ຜະລິ​ດຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົ່ງ, ສິນ​ໃນ​ນໍ້າ ຄາດ​ວ່າ​ຈະບັນລຸ​ກວ່າ 5, 3 ຕື້ USD ​ໃນ​ 2 ​ເ​ດືອນຕົ້ນ​ປີ 2020

(VOVWORLD) -ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ໃນໄລຍະ 2 ເດືອນຕົ້ນປີ 2020, ວົງເງິນນໍາເຂົ້າສົ່ງອອກບັນດາຜະລິດຕະພັນກະເສດ, ເຄື່ອງປາຂອງດົ່ງ, ສິນໃນນໍ້າ ຄາດວ່າບັນລຸໄດ້ເກືອບ 9, 7 ຕື້ USD; ໃນນັ້ນ, ວົງເງິນສົ່ງອອກຄາດວ່າບັນລຸ 5,34 ຕື້ USD; ວົງເງິນນໍາເຂົ້າບັນລຸປະມານ 4,3 ຕື້ USD.
ການສົ່ງອອກ​ຜະລິ​ດຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົ່ງ, ສິນ​ໃນ​ນໍ້າ ຄາດ​ວ່າ​ຈະບັນລຸ​ກວ່າ 5, 3 ຕື້  USD ​ໃນ​ 2 ​ເ​ດືອນຕົ້ນ​ປີ 2020 - ảnh 1 (ພາບປະກອບ: congthuong.vn)

ສິນຄ້າບາງປະເພດຄື: ເຂົ້າສານ ແລະ ມັນຕົ້ນ ລ້ວນແຕ່ເພີ່ມຂຶ້ນ ທັງດ້ານປະລິມານ ແລະ ມູນຄ່າສົ່ງອອກ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ໃນນັ້ນ, ການສົ່ງອອກເຂົ້າສານບັນລຸ 890 ພັນໂຕນ (ເພີ່ມຂຶ້ນ 27%) ດ້ວຍມູນຄ່່າບັນລຸ 410 ລ້ານ USD (ເພີ່ມຂຶ້ນ 33%); ການສົ່ງອອກມັນຕົ້ນບັນລຸ 130 ພັນໂຕນ (ເພີ່ມຂຶ້ນ 40%) ດ້ວຍມູນຄ່່າ 27 ລ້ານ USD (ເພີ່ມຂຶ້ນ 70%). ບັນດາສິນຄ້າເຄື່ອງປ່າຂອງດົ່ງທີ່ສົ່ງອອກຕົ້ນຕໍ ກໍສືບຕໍ່ເພີ່ມຂຶ້ນສູງ; ໃນນັ້ນ ມູນຄ່າຈາກໄມ້ ແລະ ເຄື່ອງເຟີນີເຈີ ບັນລຸ 1,53 ຕື້ USD ( ເພີ່ມຂຶ້ນ 10%)....

ປັດຈຸບັນ, ມີຕະຫຼາດຕົ້ນຕໍ 4 ແຫ່ງເຊິ່ງໄດ້ນໍາເຂົ້າບັນດາຜະລິດຕະພັນດັ່ງກ່າວຂອງຫວຽດນາມ ແມ່ນ ຈີນ, ອາເມລິກາ, ອີຢູ ແລະ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ