(vovworld)- ໃນວັນ 29/03, ຂໍ້ມູນຈາກຫ້ອງການການຄ້າ ສະຖານທູດ ຫວຽດນາມ ປະຈຳ Mexico, ໃຫ້ຮູ້ວ່າ: ຄິດໄລ່ເຖິງເດືອນ 2 ປີ 2016, ວົງເງິນການສົ່ງອອກ ຂອງຫວຽດນາມ ໄປຍັງພື້ນຖານເສດຖະກິດ ເປັນອັນດັບ 2 ຂອງ ອາເມລິກາ ລາຕິນ ບັນລຸເກືອບ 260 USD, ເພີ່ມຂ໋ື້ນເກືອບ 42% ເມື່ອທຽບໃສ່ ປີຜ່ານມາ. ທ່ານ ຮ່ວາງຕ໋ວນຫວຽດ ທີ່ປຶກສາທູດການຄ້າ ໃຫ້ຂໍ້ສັງເກດວ່າ ໃນ 2 ເດືອນຕົ້ນ ປີ 2016, ການສົ່ງອອກ ຂອງຫວຽດນາມເຕີບໂຕ ເປັນຕົ້ນແມ່ນການເພີ່ມປະລິມານສົ່ງອອກ ຂອງ 9 ໝວດສີນຄ້າຫຼັກ, ປະກອບມີ: ໂທລະສັບມືຖື ແລະ ເຄື່ອງອາໄຫຼ່, ຄອມພີວເຕີ, ພາຫະນະຂົນສົ່ງ, ກາແຟ, ເຄື່ອງຫຼີ້ນ ແລະ ເຄື່ອງມືກິລາ, ໂຕະຕັ່ງໄມ້ ແລະ ບັນດາຜະລິດຕະພັນຈາກໄມ້, ຜະລິດຕະພັນທາດໜຽວ, ກະເປົ໋າ, ກະເປົ໋າເງິນ, ຫີບ, ໝວກ, ຄັນຮົ່ມ ແລະ ຢາງພາລາ. ຄວາມຮຽກຮ້ອງຂອງທ້ອງຕະຫຼາດປ່ຽນແປງ, ໃນໄລຍະຜ່ານມາ, ວົງເງິນການຄ້າ ຂອງ 4 ໝວດສີນຄ້າ ປະກອບມີ ເກີບ, ຄອມພີວເຕີ ແລະ ເຄື່ອງອາໄຫຼ່, ສີນທະເລ, ພາຫະນະຂົນສົ່ງ, ທ່າອ່ຽງຫຼຸດລົງ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015; ເຖິງຢ່າງໃດກໍ່ຕາມ, ບັນຫານີ້ບໍ່ສົ່ງຜົນສະທ້ອນເຖິງວົງເງິນສົ່ງອອກ ຂອງຫວຽດນາມ ຢູ່ Mexico.