ການສົ່ງອອກເກີນດຸນຂອງຫວຽດນາມ ບັນລຸ 143 ລ້ານ USD

ການສົ່ງອອກເກີນດຸນຂອງຫວຽດນາມ ບັນລຸ 143 ລ້ານ USD - ảnh 1

(ພາບ:binhthuantv.vnvietstock.vn)

(ໜັງສືພິມ​ຊາວ​ໜຸ່ມ)- ກົມ​ໃຫ່ຍພາສີ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຍອດ​ມູນ​ຄ່າ​ສິນຄ້າ​ສົ່ງ​ອອກ​ນຳ​ເຂົ້າຂອງ​ຫວຽດນາມ ​ໃນ​ເດືອນ 9/2012 ບັນລຸ​ເກືອບ 19 ຕື້  USD ຫລຸດລົງ​ເມື່ອ​ທຽບ​ກັບ​​ເດືອ​ນກ່ອນ. ​ໃນ​ນັ້ນການ​ສົ່ງ​ອອກ​ບັນລຸ​ເກືອບ 9,5 ຕື້  USD  ​ແລະ​ ການ​ນຳເຂົ້າບັນລຸ​ປະມານ 9,3 ຕື້  USD. ​ໃນ​ເດືອນ 9/2012, ຫວຽ​ດນາມ​ໄດ້​ສົ່ງ​ອອກ​ເກີນ​ດຸນ 170 ລ້ານ USD. ​ໄລ່​ລວມ​ໃນ 9 ​ເດືອນ​ຜ່ານ​ມາ, ຫວຽດນາມ ບັນລຸ​ເກີນ​ດຸນ​ການ​ຄ້າ 190 ລ້ານ USD. ບັນດາ​ປະ​ເພດ​ສິນຄ້າ​​ມີ​ວົງ​ເງິນສົ່ງອອກຫຼາຍ​ໃນ​ເດືອນ 9/2012 ​ລວມມີ: ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ​ໂທລະສັບ, ຄອມ​ຟີ​ວ​ເຕີ, ​ເກີບ, ​ເຄື່ອງ​ຈັກ, ​ເຄື່ອງ​ອາ​ໄລ່, ສິນ​ໃນ​ນ້ຳ…

 

ຂ່າວ/ບົດ​ອື່ນ