ການສົ່ງອອກເກີນດຸນໃນໄລຍະ 6 ເດືອນຕົ້ນປີສູງກວ່າຫຼາຍເມື່ອທຽບກັບການຄາດຄະເນ

(VOVWORLD) -ໄລ່ລວມນັບແຕ່ຕົ້ນປີຮອດທ້າຍເດືອນ ມິຖຸນາ ແລ້ວ, ການສົ່ງອອກໃນທົ່ວປະເທດບັນລຸລະດັບເກືອບ 122,8 ຕື້ USD, ໃນຂະນະນັ້ນ, ວົງເງິນນຳເຂົ້າບັນລຸລະດັບກວ່າ 117,3 ຕື້ USD.

ໃນໄລຍະ 6 ເດືອນຜ່ານມາ, ດຸນການຄ້າທົ່ວປະເທດມີມູນຄ່າສ່ວນເກີນ 1,86 ຕື້ USD, ອັນໄດ້ຍົກມູນຄ່າສ່ວນເກີນທັງໝົດນັບແຕ່ຕົ້ນປີຮອດທ້າຍເດືອນ ມິຖຸນາ ຂຶ້ນເຖິງລະດັບສູງສະຖິຕິແມ່ນ 5,46 ຕື້ USD. ນີ້ແມ່ນຕົວເລກຫຼ້າສຸດເຊິ່ງກົມໃຫຍ່ພາສີຍົກອອກມາ.

        ລະອຽດແມ່ນ, ໄລ່ລວມນັບແຕ່ຕົ້ນປີຮອດທ້າຍເດືອນ ມິຖຸນາ ແລ້ວ, ການສົ່ງອອກໃນທົ່ວປະເທດບັນລຸລະດັບເກືອບ 122,8 ຕື້ USD, ໃນຂະນະນັ້ນ, ວົງເງິນນຳເຂົ້າບັນລຸລະດັບກວ່າ 117,3 ຕື້ USD. ສະນັ້ນ, ລະດັບການສົ່ງອອກເກີນດຸນຕົວຈິງໃນໄລຍະ 6 ເດືອນຕົ້ນປີ ແມ່ນສູງກວ່າຕົວເລກຄາດຄະເນ 500 ລ້ານ USD ເຊິ່ງກົມໃຫຍ່ສະຖິຕິໄດ້ຄາດຄະເນໄວ້ກ່ອນໜ້ານັ້ນ. ບັນດາປະເພດສິນຄ້າທີ່ມີມູນຄ່າສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ລວມມີ: ເຄື່ອງຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່; ໂທລະສັບ; ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ…

        ນີ້ແມ່ນຈຸດພົ້ນເດັ່ນທີ່ເປັນໜ້າຊື່ນຊົມຂອງພື້ນຖານເສດຖະກິດຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ