ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບປີ 2014 ຂອງຫວຽດນາມ ອາດຈະບັນລຸ 24,5 ຕື້ USD

ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບປີ 2014 ຂອງຫວຽດນາມ ອາດຈະບັນລຸ 24,5 ຕື້ USD - ảnh 1
(ພາບປະກອບ)

(vovworld) – ວົງ​ເງິນ​ສົ່ງ​ອອກ​ຂອງ​ຂະ​ແໜງເຄື່ອງ​ຕຳ​ແຜ່ນ​ຕັດຫຍິບຫວຽດນາມ ສືບ​ຕໍ່​ຢູ່​ໃນ​ທ່າ​ເຕີບ​ໂຕ. ​ຄິດ​ໄລ່​ລວມ​ໃນ​ 11 ​ເດືອນ, ການ​ສົ່ງ​ອອກເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ບັນລຸ​ກວ່າ 19 ຕື້ USD. ຢູ່​ບັນດາ​ຕະຫຼາດ​ທີ່​ເປັນ​ມູນ​ເຊື້ອ​ຄື: ອາ​ເມ​ລິ​ກາ, EU, ສ.​ເກົາຫຼີ. ທ່ານ​ນາງ ດັ້ງ​ເຟືອງ​ຢຸງ, ​ເລຂາທິການ​ໃຫຍ່​ສະມາຄົມເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບຂອງ​ຫວຽດນາມ​ໃນ​ປີ 2014 ອາດ​ຈະ​ບັນລຸ 24,5 ຕື້ USD, ​ເພີ່ມ​ຂຶ້ນ 19% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັບ​ຂອງ​ປີ 2013 ​ແລະ ​ແມ່ນ​ລະດັບ​ເຕີບ​ໂຕສູງກວ່າ​ໝູ່​ໃນ​ໄລຍະ 3 ປີຜ່ານມາ. ທ່ານ​ນາງ ດັ້ງ​ເຟືອງ​ຢຸງ ​ໃຫ້​ຮູ້​ວ່າ.

        “​ເມື່ອ​ທຽບ​ໃສ່​ແຜນການ​ເຊິ່ງກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ອະນຸມັດ​ຜ່ານ, ຂະ​ແໜງເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ບັນລຸ​ໄດ້​ຄາດໝາຍລື່ນ​ແຜນການ 24 ຕື້ USD ​ໃນ​ປີ 2015. ອາດ​ເຫັນ​ໄດ້​ວ່າ, ​ເລື່ອງ​ລັດຖະບານ​ເຈລະຈາ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິດ (TPP), ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - EU, ຫວຽດນາມ - ພັນທະ​ພາບ​ພາສີ… ​ໄດ້​ຊ່ວຍ​ໃຫ້​ກະ​ແສ​ຟອງ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ຂະ​ແໜງເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ ​ແລະ ກໍ່​ເພີ່ມ​ກຳລັງ​ພາຍ​ໃນ​ຂອງເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ. ​ເມື່ອ​ບັນດາ​ສັນຍາ​ດັ່ງ​ກ່າວໄດ້​ຮັບ​ການ​ລົງ​ນາມ, ຂະ​ແໜງເຄື່ອງ​ຕຳ​ແຜ່ນ​ຕັດຫຍິບຈະ​ຍາດ​ແຍ່ງ​ຜົນປະ​ໂຫຍດຈາກບັນດາ​ສັນຍາ​ດັ່ງກ່າວ​ນຳ​ມາ​ໃຫ້”.

ຂ່າວ/ບົດ​ອື່ນ