ການສົ່ງອອກໝາກຜິກໄທຂອງຫວຽດນາມຢືນອັນດັບໜຶ່ງກ່ຽວກັບປະລິມານການຜະລິດແລະຈຳນວນ

ການສົ່ງອອກໝາກຜິກໄທຂອງຫວຽດນາມຢືນອັນດັບໜຶ່ງກ່ຽວກັບປະລິມານການຜະລິດແລະຈຳນວນ - ảnh 1
ສວນປູກໝາກຜິກໄທ
(ພາບປະກອບ)

(vovworld) – ​ປີ 2013, ການ​ສົ່ງ​ອອກ​ໝາກຜິກ​ໄທ​ຂອງ​ທົ່ວ​ປະ​ເທດ​ຄາດ​ວ່າ​ບັນລຸ 134.000 ​ໂຕນ​ດ້ວຍ​ວົງ​ເງິນສົ່ງ​ອອກ​ບັນລຸ 899 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 15% ກ່ຽວ​ກັບ​ປະລິມານ ​ແລະ ​ເພີ່ມ​ຂຶ້ນ​ກ່ວາ 13% ກ່ຽວ​ກັບ​ວົງ​ເງິນ​ສົ່ງ​ອອກເມື່ອ​ທຽບ​​ໃສ່​ກັບ​ປີ 2012. ການ​ສົ່ງ​ອອກ​ໝາກປີ​ກ​ໄທຂອງ ຫວຽດນາມ ພວມ​ຮັກສາ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ປະລິມານການ​ຜະລິດ ​ແລະ ສົ່ງ​ອອກ​ໃນ​ໂລກ, ມີ​ບົດບາດ​ສຳຄັນ​ໃນ​ການດັດສົມ​ການ​ຈາລະ​ຈອນ​ສິນຄ້າ, ຄວບ​ຄຸມລາຄາ ​ແລະ ຕະຫຼາດ​ເປັນ​ປົກກະຕິ.

    ຕາມ​ສະຫະ​ສະມາຄົມ​ໝາກຜິ​​ກ​ໄທ ຫວຽດນາມ ​​ແລ້ວ, ປະຈຸ​ບັນ, ມີ​ປະມານ 95% ປະລິມານ​ການ​ຜະລິດໝາກຜິ​ກ​ໄທ​ໄດ້​ຮັບ​ການຜະລິດ​ຢູ່ພາຍ​ໃນ​ປະ​ເທດ​ເພື່ອ​ສົ່ງ​ອອກ​ເຖິງ​ກ່ວາ 80 ປະ​ເທດ, ​ເຂດ​​ແຄ້ວ​ນ, 5% ຍັງ​ເຫຼືອ​ແມ່ນ​ຈຳໜ່າຍພາຍ​ໃນ​ປະ​ເທດ. ຫວຽດນາມ ມີ​ປະມານ 15 ວິ​ສາ​ຫະກິດ​​ສົ່ງ​ອອກ​ໝາກຜິ​ກ​ໄທ​​ຢື່ນ​ອັນ​ດັບ​ໜຶ່ງ​ໃນ​ໂລກ, ກວມ​ກ່ວາ 50% ຈຳ​ນວນ​ການ​ສົ່ງ​ອອກ. ປະຈຸ​ບັນ, ອາ​ເມ​ລິ​ກາ ​ແມ່ນ​ຕະຫຼາດ​ນຳ​ເຂົ້າໝາກ​ຜິກ​ໄທ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ, ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ. ຈາກ​ນັ້ນ​ແມ່ນ ​ເຢຍລະ​ມັນ, ຕະຫຼາ​ດ UAE.​.​.​

 

ຂ່າວ/ບົດ​ອື່ນ