ການສົນທະນາພາກລັດ-ເອກະຊົນກ່ຽວກັບແມ່ຍິງແລະເສດຖະກິດ APEC 2017

(VOVWORLD) -ຕອນບ່າຍວັນທີ 28 ກັນຍາ, ການສົນທະນາພາກລັດ - ເອກະຊົນກ່ຽວກັບແມ່ຍິງ ແລະ ເສດຖະກິດຢູ່ນະຄອນເຫ້ວ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ເປັນປະທານຮ່ວມຈັດຕັ້ງ ໄດ້ສິ້ນສຸດລົງຢ່າງຈົບງາມ.

ການສົນທະນາພາກລັດ-ເອກະຊົນກ່ຽວກັບແມ່ຍິງແລະເສດຖະກິດ APEC 2017 - ảnh 1 ການສົນທະນາພາກລັດ-ເອກະຊົນກ່ຽວກັບແມ່ຍິງແລະເສດຖະກິດ APEC 2017

(ພາບ: VGP)

ນີ້ແມ່ນການເຄື່ອນໄຫວຕົ້ນຕໍໃນຂອບເຂດເວທີປາໄສແມ່ຍິງ ແລະ ເສດຖະກິດ APEC ປີ 2017.

        ກ່າວຄຳເຫັນນະທີ່ນີ້, ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ, ທີ່ປຶກສາຂັ້ນສູງຄະນະເລຂາແຫ່ງຊາດ APEC 2017, ໃຫ້ຮູ້ວ່າ.

        “ແທດຈິງທີ່ສຸດໃນນື້ນີ້ແມ່ນໄດ້ຢືນຢັນຄືນໃໝ່ວ່າ ເລື່ອງ APEC ສືບຕໍ່ນຳໜ້າໃນບັນຫາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໜ້າທີ່ໃຫ້ແມ່ຍິງໃນຂົງເຂດເສດຖະກິດ ແລະ ມີການປະກອບສ່ວນຂອງແມ່ຍິງໃນການພັດທະນາເສດຖະກິດຂອງພາກພື້ນ. ທີ 2 ແມ່ນ, ຂໍ້ຕົກລົງລວມ ແລະ ຄວາມມຸ່ງມາດປາດຖະໜາລວມຂອງທຸກໆຄົນ ແມ່ນຕ້ອງມີການກະທຳຢ່າງລະອຽດທີ່ສຸດເພື່ອເພີ່ມທະວີ ແລະ ຫັນບັນດາເປົ້າໝາຍຂອງ APEC ເປັນຕົວຈິງໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງ. ຄຽງຂ້າງການສ້າງວິໄສທັດນັ້ນ, ກໍຕ້ອງຖືເປັນສຳຄັນບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໜ້າທີ່ໃນຂົງເຂດເສດຖະກິດໃຫ້ແກ່ແມ່ຍິງ. ນີ້ກໍ່ແມ່ນເປົ້າໝາຍເພື່ອໃຫ້ APEC ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ໝັ້ນຄົງກວ່າ”.

        ກອງປະຊຸມກໍ່ຖືວ່າການ, ມອບສິດໜ້າທີ່ໃຫ້ແກ່ແມ່ຍິງ, ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງເຂົ້າໃນຂົງເຂດເສດຖະກິດ ແມ່ນກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມໃນພາກພື້ນ APEC.

ຕອບກັບ

ຂ່າວ/ບົດ​ອື່ນ