ການສົນທະນາວິສາຫະກິດຢູ່ຝລັ່ງ ກ່ຽວກັບແງ່ຫວັງການຄ້າເສລີຫວຽດນາມ-ອີຢູ

(VOVWORLD) -ເວທີປາໄສດັ່ງກ່າວໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ (CCI) ແຂວງ  Saône-et-Loire ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງຈັດຂຶ້ນ.
ການສົນທະນາວິສາຫະກິດຢູ່ຝລັ່ງ ກ່ຽວກັບແງ່ຫວັງການຄ້າເສລີຫວຽດນາມ-ອີຢູ - ảnh 1(ຜູ້ແທນເຂົ້າຮ່ວມເວທີປາໄສ)

ມີວິສາຫະກິດເກືອບ 50 ແຫ່ງຂອງແຂວງ Saône-et-Loire ໄດ້ເຂົ້າຮ່ວມການສົມທະນາກ່ຽວກັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ), ເຊິ່ງຈັດຂຶ້ນໃນວັນທີ 16 ກັນຍາ ຢູ່ນະຄອນ Mâcon, ເມືອງເອກຂອງແຂວງນີ້ຢູ່ທາງພາກກາງປະເທດ ຝລັ່ງ. ເວທີປາໄສດັ່ງກ່າວໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ (CCI) ແຂວງ  Saône-et-Loire ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງຈັດຂຶ້ນ.

        ທີ່ເວທີປາໄສ, ບັນດາຜູ້ຕາງໜ້າການລົງທຶນ ແລະ ການຄ້າຂອງສະຖານທູດຫວຽດນາມ ປະຈຳຝລັ່ງ, ຜູ້ຕາງໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຝລັ່ງ ປະຈຳຫວຽດນາມ ພ້ອມກັບບັນດານັກຊ່ຽວຊານຮ່ວມມືສາກົນ ແລະ ພາສີຂອງ ຝລັ່ງ ໄດ້ສະໜອງບັນດາຂໍ້ມູນຂ່າວຫຼ້າສຸດ ກ່ຽວກັບສະພາບການພັດທະນາເສດຖະກິດຂອງຫວຽດນາມ, ບັນດາການປັບປຸງໃນສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ, ກໍຄືບັນດາການໃຫ້ບຸລິມະສິດໃນຍຸດທະສາດລົງທຶນ ແລະ ການຄ້າຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ