ການສອບເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ”

(VOVWORLD) -  ປີ 2020 ແມ່ນປີຖ້ວນຂອງຫຼາຍເຫດການສຳຄັນຍິ່ງຢູ່ພາຍໃນປະເທດ ແລະ ຂອງວິທະຍຸກະຈາຍສຽງ ຫວຽດນາມ. 

ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດການສອບເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ທີ່ສະຫງວນໃຫ້ແກ່ຜູ້ຟັງທຸກໆທ່ານ ຂອງວິທະຍຸກະຈາຍສຽງ ຫວຽດນາມເຊິ່ງແມ່ນຊາວຕ່າງປະເທດຢູ່ທຸກໆທະວີບໃນໂລກ ແລະ ຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດ.

ເວລາຮັບບົດເຂົ້າຮ່ວມການສອບເສັງແມ່ນເລີ່ມແຕ່ວັນທີ 15 ມີນາ 2020  ແລະ ສິ້ນສຸດລົງໃນວັນທີ 30 ສິງຫາ ປີ 2020 (ຄິດໄລ່ຕາມກາປະທັບຢູ່ບ່ອນຝາກມາທາງໄປສະນີ). ທ່ານຜູ້ຟັງສາມາດສົ່ງບົດເຂົ້າຮ່ວມການສອບເສັງຜ່ານທາງໄປສະນີຕາມທີ່ຢູ່: ພະແນກບັນນາທິການບັນດາລາຍການພາສາຕ່າງປະເທດ (VOV5 - ວິທະຍຸກະຈາຍສຽງຫວຽດນາມ ເຮືອນເລກທີ 45 ຖະໜົນບ່າຈ້ຽວ ຮ່າໂນ້ຍ ສສ.ຫວຽດນາມ ຫຼື ສົ່ງຜ່ານທາງອີແມວດ້ວຍລະຫັດ vovworld@vov.vn ຫຼື laovov5@gmail.com. ບົດເຂົ້າຮ່ວມການສອບເສັງຕ້ອງຕິດຂັດມາພ້ອມກັບສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນຂອງຜູ້ເຂົ້າຮ່ວມການສອບເສັງ. ຄຳຖາມການສອບເສັງລວມມີ:

ຄຳຖາມທີໜຶ່ງ: ປີ 2020, ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ເພື່ອນຈົ່ງໃຫ້ຮູ້ກ່ຽວກັບບັນດາບຸລິມະສິດຂອງ ຫວຽດນາມ ໃນປີເປັນປະທານ ອາຊຽນ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ໃນສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ (ເດືອນ ມັງກອນ ປີ 2020)?

ຄຳຖາມທີສອງ: ຫວຽດນາມ ຈະສະເຫຼີມສະຫຼອງຫລາຍເຫດການການເມືອງ ແລະ ການຕ່າງປະເທດສຳຄັນໃນປີ 2020. ເພື່ອນຈົ່ງໄລ່ອອກມາຢ່າງໜ້ອຍສຸດ 5 ເຫດການ ທີ່ເພື່ອນຖືວ່າເປັນໜ້າສົນໃຈທີ່ສຸດ ເຊິ່ງໄດ້ດຳເນີນຢູ່ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ໃນປີ 2020. ຄວາມຄິດເຫັນຂອງເພື່ອນກ່ຽວກັບເຫດການທີ່ເພື່ອນມີຄວາມປະທັບໃຈທີ່ສຸດ?

ຄຳຖາມທີສາມ: ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາດ. ເພື່ອນຈົ່ງໃຫ້ຮູ້ ຫວຽດນາມ ບັນລຸໄດ້ບັນດາຂີດໝາຍໃດແດ່ ໃນການເຄື່ອນໄຫວດັ່ງກ່າວ ແລະ ຈະຜັນຂະຫຍາຍການເຄື່ອນໄຫວຫຍັງແດ່ໃນອະນາຄົດ?.

ຄຳຖາມທີສີ່: ຫວຽດນາມ ມີມໍລະດົກບໍ່ເປັນວັດຖຸຫລາຍແຫ່ງ ໂດຍໄດ້ຮັບການຮັບຮອງເອົາຈາກອົງການ UNESCO. ເພື່ອນຈົ່ງໄລ່ອອກມາຢ່າງໜ້ອຍສຸດ 5 ມໍລະດົກຂອງ ຫວຽດນາມ ທີ່ໄດ້ຮັບຮອງເອົາໃນໄລຍະຜ່ານມາ ແລະ ເພື່ອນມີຄວາມຮູ້ສຶກແນວໃດຕໍ່ມໍລະດົກ ທີ່ເພື່ອນມີຄວາມປະທັບໃຈທີ່ສຸດ?

ຄຳຖາມທີຫ້າ: ເມື່ອເວົ້າເຖິງ ຫວຽດນາມ ເພື່ອນມີຄວາມປະທັບໃຈຕໍ່ຮູບພາບ ຫຼື ເຫດການໃດຫລາຍທີ່ສຸດ ແລະ ເພື່ອນມີຄວາມຮູ້ສຶກແນວໃດຕໍ່ຮູບພາບ ຫຼື ເຫດການດັ່ງກ່າວ?

ຄຳຖາມທີຫົກ: ເພື່ອນຮັບຟັງວິທະຍຸກະຈາຍສຽງ ຫວຽດນາມ ຄືແນວໃດ? ເພື່ອນມັກລາຍການໃດຫລາຍກ່ວາໝູ່ ແລະ ຍ້ອນຫຍັງ?

  ສ່ວນລາງວັນມີຄື: ທ່ານຜູ້ຟັງ 3 ທ່ານທີ່ມີບົດສອບເສັງດີທີ່ສຸດ ຈະໄດ້ຮັບເຊີນໃຫ້ໄປທ່ອງທ່ຽວຢູ່ ຫວຽດນາມ ເປັນເວລາ 5 ວັນ ໂດຍບໍ່ເສຍຄ່າ. ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມການສອບເສັງລ້ວນແຕ່ມີໃບຢັ້ງຢືນ. ເພື່ອຊອກຮູ້ລາຍລະອຽດຕື່ມ, ເຊີນທ່ານຜູ້ຟັງເຂົ້າໄປເບິ່ງໃນເວັບໄຊ vovworld.vn ຫຼື vov5.vn ໃນລາຍການໂອ້ລົມກັບເພື່ອນລາວ, ຫວຽດນາມ - ລາວ. ຂໍອວຍພອນໃຫ້ບັນດາທ່ານເຂົ້າຮ່ວມການສອບເສັງດ້ວຍຜົນສຳເລັດຢ່າງຈົບງາມ./.

ຕອບກັບ

ຂ່າວ/ບົດ​ອື່ນ