ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ສັງ​ຄົມຕ້ອງ​ຢູ່​ໃນ​ການ​ຄວບ​ຄຸມ​ພັດ​ທະ​ນາ​ສັງ​ຄົມ​ແບບ​ຍືນ​ຍົ​ງ​

(VOVWORLD) -ຢູ່ກອງປະຊຸມ, ກົມການເມືອງໄດ້ຢັ້ງຢືນວ່າການສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍປະສິດທິຜົນນະໂຍບາຍສັງຄົມແມ່ນໜ້າທີ່ຍຸດທະສາດ ແລະ ປະຈຳຂອງພັກ, ລັດ ແລະ ທົ່ວລະບົບການເມືອງ ແລະ ສັງຄົມ, ປະກອບສ່ວນຮັບປະກັນການກຳນົດທິດສັງຄົມນິຍົມ.
ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ສັງ​ຄົມຕ້ອງ​ຢູ່​ໃນ​ການ​ຄວບ​ຄຸມ​ພັດ​ທະ​ນາ​ສັງ​ຄົມ​ແບບ​ຍືນ​ຍົ​ງ​ - ảnh 1ກອງປະຊຸມກົມການເມືອງ (ພາບ: TTXVN)

ຕອນເຊົ້າວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ, ຄະນະເລຂາປະກອບຄຳເຫັນກ່ຽວກັບແຜນຮ່າງສະຫຼຸບ 10 ປີແຫ່ງວັນປະຕິບັດມະຕິເລກທີ 15 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI “ບາງບັນຫາກ່ຽວກັບນະໂຍາບາຍສັງຄົມໄລຍະ 2012 - 2020”.

ຢູ່ກອງປະຊຸມ, ກົມການເມືອງໄດ້ຢັ້ງຢືນວ່າການສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍປະສິດທິຜົນນະໂຍບາຍສັງຄົມແມ່ນໜ້າທີ່ຍຸດທະສາດ ແລະ ປະຈຳຂອງພັກ, ລັດ ແລະ ທົ່ວລະບົບການເມືອງ ແລະ ສັງຄົມ, ປະກອບສ່ວນຮັບປະກັນການກຳນົດທິດສັງຄົມນິຍົມ, ປະຕິບັດການເຕີບໂຕເສດຖະກິດໄປຄຽງຄູ່ກັບຄວາມກ້າວໜ້າຍຸຕິທຳສັງຄົມ. ການສ້າງ ແລະ ປະຕິບັດນະໂຍບາຍສັງຄົມຕ້ອງຢູ່ໃນການ ຄຸມຄອງລວມພັດທະນາສັງຄົມແບບຍືນຍົງ, ແກ້ໄຂບັນດາການພົວພັນສັງຄົມແບບກົມກຽວ, ຮັບປະກັນລັກສະນະຍືນຍົງໃນບັນດານະໂຍບາຍສັງຄົມ ເປັນຕົ້ນແມ່ນສະຫວັດດີການສັງຄົມ, ໝັ້ນຄົງສັງຄົມ ແລະ ມະນຸຸດ.

ຕອບກັບ

ຂ່າວ/ບົດ​ອື່ນ