ການຫັນເປັນດີຈີຕອນແລະແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19 ເພື່ອພັດທະນາເສດຖະກິດຫວຽດນາມ

(VOVWORLD) -ກອງປະຊຸມ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄຳເຫັນໃສ່ການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19 ເພື່ອພັດທະນາເສດຖະກິດຫວຽດນາມ”
ການຫັນເປັນດີຈີຕອນແລະແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19 ເພື່ອພັດທະນາເສດຖະກິດຫວຽດນາມ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ)

ວັນທີ 30 ຕຸລາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນກອງປະຊຸມ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄຳເຫັນໃສ່ການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19 ເພື່ອພັດທະນາເສດຖະກິດຫວຽດນາມ”, ໂດຍກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຕຄອນໂຮ່ຈີມິນ ສົມທົບກັນຈັດຕັ້ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໃຫ້ຮູ້ວ່າ, ຕາມການຄາດຄະເນເພື່ອຮັບໃຊ້ການຫັນເປັນດີຈີຕອນແລ້ວ, ຫວຽດນາມ ຍັງຂາດຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ສະເໜີວ່າ.

        “ທີ່ກອງປະຊຸມຄັ້ງນີ້, ຂ້າພະເຈົ້າສະເໜີໃຫ້ບັນດານັກຊ່ຽວຊານປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນນະຄອນໂຮ່ຈີມິນ ກໍຄືບັນດາວິສາຫະກິດພາຍໃນປະເທດແລກປ່ຽນ, ປຶກສາຫາລື, ປະກອບຄຳຄິດເຫັນຢ່າງແທດຈິງເພື່ອປະຕິບັດເປົ້າໝາຍຄວບຄູ່ແມ່ນທັງແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19, ທັງພັດທະນາເສດຖະກິດສັງຄົມຂອງຫວຽດນາມ. ໃນນັ້ນເອົາໃຈໃສ່ບາງບັນຫາຄືຈຸດສຸມຄື: ການຫັນເປັນດີຈີຕອນ, ລະບອບກຳລັງໜູນຫັນເປັນດີຈີຕອນ, ກະກຽມແຫຼ່ງຊັບພະຍາກອນມະນຸດເພື່ອພັດທະນາເສດຖະກິດດີຈີຕອນ…”

ຕອບກັບ

ຂ່າວ/ບົດ​ອື່ນ