ການຮ່ວມມືຊາວໜຸ່ມປະກອບສ່ວນສະໜິດຕິດພັນປະຊາຄົມ ອາຊຽນ

(VOVWORLD) - ຕອນບ່າຍວັນທີ 26 ມິຖຸນາ, ກ່າວຄຳເຫັນທີ່ວາລະປະຊຸມໂອ້ລົມສົນທະນາກັບຊາວໜຸ່ມ ອາຊຽນ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຊາວໜຸ່ມ 220 ຄົນທີ່ມາຈາກບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ຊາວໜຸ່ມແມ່ນກຳລັງສຳຄັນໃນການສ້າງສາ ແລະ ນຳປະເທດພັດທະນາຢູ່ແຕ່ລະປະເທດ. 
ການຮ່ວມມືຊາວໜຸ່ມປະກອບສ່ວນສະໜິດຕິດພັນປະຊາຄົມ ອາຊຽນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ວາລະປະຊຸມໂອ້ລົມສົນທະນາກັບຊາວໜຸ່ມ ອາຊຽນ (ພາບ: VGP)

ຕາງໜ້າບັນດາການນຳ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ຊາວໜຸ່ມ ອາຊຽນ ຈະແມ່ນກຳລັງປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງປະຊາຄົມ ອາຊຽນ ຢ່າງວັດທະນາຖາວອນ. ທ່ານກ່າວວ່າ:

        “ໃນສະພາບການທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງໃນປະຈຸບັນ, ບັນດາເພື່ອນໜຸ່ມ ອາຊຽນ ແມ່ນບ່ອນໃຫ້ການນຳ ອາຊຽນ ໄດ້ຝາກຝັງຄວາມເຊື່ອໝັ້ນ, ຄວາມຫວັງ, ຄວາມສຸດຈິດສຸດໃຈ, ຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າເຮັດກ້າທຳ. ພວກເພື່ອນຈະແມ່ນແຫຼ່ງກຳລັງອັນລ້ຳຄ່າ ເພື່ອຊ່ວຍປະຊາຄົມ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍເທື່ອລະກ້າວ. ຂ້າພະເຈົ້າຮຽກຮ້ອງໃຫ້ພວກເພື່ອນ ຈົ່ງສືບຕໍ່ເສີມຂະຫຍາຍ ນ້ຳໃຈຮັກຊາດ, ສຸມສະຕິປັນຍາ, ເຫື່ອແຮງ, ຮ່ວມເດີນທາງພ້ອມກັບລັດຖະບານ ແລະ ປະຊາຊົນ ອາຊຽນ ຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ ແລະ ສືບຕໍ່ທ່ວງທ່າພັດທະນາຂອງ ອາຊຽນ.

       ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຕີລາຄາສູງການເຄື່ອນໄຫວຮ່ວມມືຂອງຊາວໜຸ່ມ ອາຊຽນ ໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນວິວັດທະນາການປະຕິບັດບັນດາບຸລິມະສິດຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ