ການຮ່ວມມືດ້ານເສດຖະ ກິດ-ການຄ້າລະຫວ່າງ ຫວຽດນາມ-ອາເມລິກາ ພວມມີບັນດາບາດກ້າວ ພັດທະນາທີ່ຕັ້ງໜ້າ

ການຮ່ວມມືດ້ານເສດຖະ ກິດ-ການຄ້າລະຫວ່າງ ຫວຽດນາມ-ອາເມລິກາ ພວມມີບັນດາບາດກ້າວ ພັດທະນາທີ່ຕັ້ງໜ້າ - ảnh 1
ທ່ານ​ຫງວຽນ​ກວກ​ເກື​ອງ, ​ເອກ​ອັກຄະ​ລັດຖະທູດ​

ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ

(ພາບ:-VOV)

(vovworld)-​  ທ່ານ​ຫງວຽນ​ກວກ​ເກື​ອງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ພ້ອມ​ກັບ​​ທ່ານເອກ​ອັກຄະ​ລັດຖະທູດບັນ​ດາປະ​ເທດ​ຍີ່ປຸ່ນ, ສິງກະ​ໂປ ​ແລະ ​ເປຣູ ຫາ​ກໍ່​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຜູ້​ວ່າການ​ລັດ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ຄື: ລັດ Wisconsin, Iowa, Daleware, Mississippi, Colorado, Utah, ​ແລະ ຄະນະ​ການ​ນຳ​ສະຫະ​ສະມາຄົມ​ຜູ້​ວ່າການ​ແຫ່ງ​ຊາດ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝິກ (TPP). ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ຫງວຽນ​ກວກ​ເກືອ​ງ ​ແບ່ງປັນ​ກັບ​ບັນດາ​ທ່ານ​ຜູ້​ວ່າການ​ລັດ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ-​ການ​ຄ້າ​ລະຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ ທີ່​ພວມ​ມີ​ບັນດາ​ບາດ​ກ້າວ​ພັດທະນາຕັ້ງໜ້າ​ໃນ​ໄລຍະ​ຜ່ານມາ ດ້ວຍ​ລະດັບ​ການ​ເຕີບ​ໂຕ​ກ່ວາ 140% ​ໃນ​ຮອບ​ເວລາ 5ປີ, ​ໃນ​ນັ້ນ ຂົງ​ເຂດ​ກະສິກຳ​ເພີ່ມ​ຂຶ້ນ​ກ່ວາ 200% ​ແລະ ​ເຊື່ອໝັ້ນວ່າ​ໝາກຜົນ​ນີ້​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ເມື່ອ​ການ​ເຈລະຈາ TPP ສິ້ນ​ສຸດ​ລົງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ຮຽກຮ້ອງ​ໃຫ້​ຜູ້​ວ່າການ​ລັດ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ ຈົ່ງ​ສະໜັບສະໜູນ​ວິວັດ​ການ​ເຈລະຈາ ​ເພື່ອ​ຈຸດໝາຍ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ກັບ​ເສດຖະກິດ​ພາກ​ພື້ນ, ຊຸກຍູ້​ບັນດາ​ຈຸດໝາຍ​ພັດທະນາ ​ແລະ ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ຫວຽດນາມ, ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ສະມາຊິກ TPP ອື່ນໆ. ​ໃນ​​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ຫງວຽນ​ກວກ​ເກືອ​ງ ​ແລະ ບັນດາ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ເປັນ​ສະມາຊິກ​ຂອງ​ຫ້ອງການ​ການ​ຄ້າ​ນະຄອນ Milwaukee ​ໃນ​ນັ້ນມີ​ບັນດາ​ວິ​ສາ​ຫະກິດ​ພວມ​ເຄື່ອ​ນ​ໄຫວ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

 

ຂ່າວ/ບົດ​ອື່ນ