ການ​ຮ່ວມ​ມື​ລະ​ຫວ່າງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ ປະ​ເທດ ລັດ​ເຊຍ ​ເອ​ກະ​ພາບ ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

(VOVWORLD) -ການນຳສອງຝ່າຍໄດ້ຕີລາຄາສູງ ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະເທດ ລັດເຊຍເອກະພາບ, ດ້ວຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ພົບປະ ໄດ້ຮັບການຮັກສາເປັນປະຈຳໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ
ການ​ຮ່ວມ​ມື​ລະ​ຫວ່າງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ ປະ​ເທດ ລັດ​ເຊຍ ​ເອ​ກະ​ພາບ ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານ Dmitry Medvedev ຮອງປະທານສະພາປ້ອງກັນຄວາມສະຫງົບ ລັດເຊຍ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 1 ທັນວາ (ຕາມເວລາ ລັດເຊຍ) ຢູ່ມົດສະກູ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ພົບປະກັບທ່ານ Dmitry Medvedev ຮອງປະທານສະພາປ້ອງກັນຄວາມສະຫງົບ ລັດເຊຍ, ປະທານພັກ ປະເທດ ລັດເຊຍ ເອກະພາບ ກຳອຳນາດ.

ແລກປ່ຽນກ່ຽວກັບສະພາບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃນທຸກຂົງເຂດຢ່າງແຮງກ່ວາອີກ, ລວມມີການຮ່ວມມືລະຫວ່າງ ກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ກັບສະພາ ປ້ອງກັນຄວາມສະຫງົບ ລັດເຊຍ, ປະກອບສ່ວນເຂົ້າໃນການຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ການນຳສອງຝ່າຍໄດ້ຕີລາຄາສູງ ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະເທດ ລັດເຊຍເອກະພາບ, ດ້ວຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ພົບປະ ໄດ້ຮັບການຮັກສາເປັນປະຈຳໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ຢັ້ງຢືນວ່າການຮ່ວມມືລະຫວ່າງສອງພັກ ມີບົດບາດສຳຄັນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ, ສອງທ່ານກໍ່ສະແດງຄວາມຊົມເຊີຍຕໍ່ການລົງນາມແຜນການຮ່ວມມືລະຫວ່າງສອງພັກ ໃນໄລຍະ 2022 – 2024 ໃນຂອບເຂດການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການໃນຄັ້ງນີ້ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ.

ໃນຕອນບ່າຍວັນ ທີ 1 ທັນວາ, ຢູ່ນະຄອນຫຼວງ ມົດສະກູ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຈລະຈາກັບທ່ານ ພົນເອກ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ.

ນະທີ່ນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ການຮ່ວມມືຈະສຸມໃສ່ ເນື້ອໃນຄື: ຮັກສາກົນໄກເຈລະຈາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ສະໜັບສະໜູນ ແລະ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍຂອງສາກົນ.

ແລະກໍ່ໃນວັນດຽວກັນ, ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊມິດຕະພາບ ຂອງ ຫວຽດນາມ ໃຫ້ທ່ານພົນເອກ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ ຍ້ອນມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ