ການ​ຮ່ວມ​ມື​ລະ​ຫວ່າ​ງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ​ລາວ​ນັບ​ມື້​ນັບ​ລະ​ອຽດ ແລະ ມີ​ຄຸນ​ນະ​ພາບ

(VOVWORLD) -ຕອນເຊົ້າວັນທີ 9 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ທີ່ພວມມີການຢ້ຽມຢາມ ຢູ່ ຫວຽດນາມ.
ການ​ຮ່ວມ​ມື​ລະ​ຫວ່າ​ງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ​ລາວ​ນັບ​ມື້​ນັບ​ລະ​ອຽດ ແລະ ມີ​ຄຸນ​ນະ​ພາບ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ (ພາບ: Quochoi.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ຍິ່ງນັບມື້ນັບມີຄວາມລະອຽດ, ມີຄຸນນະພາບ ແລະ ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.

ຕີລາຄາສູງປະສິດທິຜົນຂອງກອງປະຊຸມສຳມະນາຄັ້ງຕ່າງໆ ຂອງ ສອງຝ່າຍທີ່ໄດ້ຈັດຕັ້ງ ໃນໄລຍະທີ່ຜ່ານມາແມ່ນປະສົບຜົນສຳເລັດທີ່ສຸດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ໃນປີ 2020, ສອງຝ່າຍຈະສືບຕໍ່ຈັດຕັ້ງກອງປະຊຸມສຳມະນາຮ່ວມກັນເພື່ອແລກປ່ຽນ, ແບ່ງປັນບົດຮຽນປະສົບການ ໃນການເຄື່ອນໄຫວໃນບັນດາຂົງເຂດຂອງ ສະພາແຫ່ງຊາດ ສອງປະເທດ.

ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ອວຍພອນລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ເປັນປະທານອາຊຽນ ແລະ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ລະຫວ່າງ ລັດຖະສະພາ ອາຊຽນ ຄັ້ງທີ 41 (AIPA 41); ທ່ານນາງຢັ້ງຢືນວ່າ ຍາມໃດປະເທດລາວກໍ່ສະໜັບສະໜູນ, ສົມທົບຢ່າງແໜ້ນແຟ້ນກັບຫວຽດນາມເພື່ອໃຫ້ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ປະຕິບັດສຳເລັດຕຳແໜ່ງສຳຄັນໃນປີປະທານອາຊຽນ, ປະທານ AIPA.

ຕອບກັບ

ຂ່າວ/ບົດ​ອື່ນ