ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 29/10, ກອງປະຊຸມເພີ່ມທະວີການຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງລ່ວງລະເມີດຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ໂດຍກະຊວງຕຳຫລວດຫວຽດນາມຈັດຕັ້ງ ຖືກໄຂຂຶ້ນຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ຊ່ຽວຊານປ້ອງກັນຄວາມປອດໄພທາງເຄືອຄ່າຍ ມາຈາກບັນດາອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກອນ ສປຊ ແລະ ອົງການອື່ນຂອງຫລາຍປະເທດໃນໂລກ. ນີ້ເປັນຄັ້ງທຳອິດກອງປະຊຸມຄືດັ່ງກ່າວຖືກຈັດຂຶ້ນຢູ່ຫວຽດນາມ, ຈຸດປະສົງແມ່ນເພື່ອຊຸກຍູ້ຄວາມມານະພະຍາຍາມລວມຂອງປະຊາຄົມໂລກໃນການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສືບສວນສອບສວນອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງລະຫວ່າງບັນດາປະເທດໃນໂລກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລກີເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ໝັ້ນໝາຍຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກອນ, ໃນນັ້ນ ມີອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງ.