ການ​ຮ່ວມ​ມື​ອາ​ຊຽນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ

(VOVWORLD) -ປີ 2021, ASOEN ຫວຽດນາມຈະເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮ່ວມມືໃນພາກພື້ນ, ກອງປະຊຸມປະຈຳປີ, ພິເສດແມ່ນສຸມໃສ່ການເຄື່ອນໄຫວກ່ຽວກັບສິ່ງແວດລ້ອມ. ປີ 2021 ASOEN  ຫວຽດນາມຈະຈັດຕັ້ງການແຂ່ງຂັນຊີງລາງວັນກ່ຽວກັບນະຄອນຍືນຍົງທາງດ້ານສິ່ງແວດລ້ອມອາຊຽນ ຄັ້ງທີ 5 ຢູ່ຫວຽດນາມ.
ການ​ຮ່ວມ​ມື​ອາ​ຊຽນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ - ảnh 1ກອງປະຊຸມສະຫຼຸບການເຄື່ອນໄຫວຮ່ວມມືໃນ ASOEN (ພາບ: ) 

ວັນທີ 17 ທັນວາ, ກົມໃຫຍ່ສິ່ງແວດລ້ອມ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ)  ໄດ້ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວຮ່ວມມືໃນ ASOEN ໂດຍແມ່ນອົງການຂອງບັນດາເຈົ້າໜ້າທີ່ອາວຸໂສກ່ຽວກັບສິ່ງແວດລ້ອມ, ຂຶ້ນກັບອາຊຽນ - ເພື່ອແນໃສ່ຕີລາຄາການເຂົ້າຮ່ວມຂອງ ຫວຽດນາມໃນປີ 2020, ຜັນຂະຫຍາຍຂໍ້ລິເລີ່ມໃນໄລຍະຫວຽດນາມເປັນປະທານອາຊຽນ.

ປີ 2020, ໃນສະພາບການປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ບັນດາປະເທດສະມາຊິກ ອາຊຽນ ທັງຮ່ວມແຮງຮ່ວມໃຈປະຕິບັດມາດຕະການເພື່ອ ຫຼຸດຜ່ອນຜົນກະທົບຈາກໂລກລະບາດ, ທັງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາສິ່ງແວດລ້ອມທີ່ໄດ້ໃຫ້ບຸລິມະສິດຂອງພາກພື້ນ. ຫວຽດນາມ ໄດ້ຈັດຕັ້ງສຳເລັດກອງປະຊຸມສຳຄັນທີ່ສຸດໃນປີ 2020 ແມ່ນກອງປະຊຸມ ASOEN 31 ໃນກົນໄກຂອງອົງການບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບສິ່ງແວດລ້ອມ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຕາມຮູບການທາງອອນລາຍ.

        ປີ 2021, ASOEN ຫວຽດນາມຈະເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮ່ວມມືໃນພາກພື້ນ, ກອງປະຊຸມປະຈຳປີ, ພິເສດແມ່ນສຸມໃສ່ການເຄື່ອນໄຫວກ່ຽວກັບສິ່ງແວດລ້ອມ. ປີ 2021 ASOEN  ຫວຽດນາມຈະຈັດຕັ້ງການແຂ່ງຂັນຊີງລາງວັນກ່ຽວກັບນະຄອນຍືນຍົງທາງດ້ານສິ່ງແວດລ້ອມອາຊຽນ ຄັ້ງທີ 5 ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ