ກາ​ນາ​ດາ​ປະ​ກອບ​ຈຳ​ນວນ​ເງິນ 3.5 ລ້ານ​ໂດ​ລາ​ກາ​ນາ​ດາ ​ໃຫ້​ແກ່ກອງ​ທຶນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ 19 ຂອງ​ອາ​ຊຽນ

(VOVWORLD) -ປີນີ້, ການາດາ ແລະ ອາຊຽນ ຈະສະເຫຼີມສະຫຼອງ 44 ປີແຫ່ງວັນການພົວພັນຄູ່ຮ່ວມມື.
ກາ​ນາ​ດາ​ປະ​ກອບ​ຈຳ​ນວນ​ເງິນ 3.5 ລ້ານ​ໂດ​ລາ​ກາ​ນາ​ດາ ​ໃຫ້​ແກ່ກອງ​ທຶນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ 19 ຂອງ​ອາ​ຊຽນ - ảnh 1

(ພາບ:nhandan.com.vn)

    ວັນທີ 7 ພຶດສະພາ,  ສະຖານທູດການາດາ ປະຈຳຫວຽດນາມ ປະກາດວ່າ ການາດາ ປະກອບຈຳນວນເງິນ 3.5 ລ້ານໂດລາການາດາ ໃຫ້ແກ່ກອງທຶນຮັບມືກັບໂລກລະບາດໂຄວິດ 19 ຂອງອາຊຽນ. ນີ້ແມ່ນກອງທຶນພາກພື້ນເພື່ອແນໃສ່ຮັບປະກັນໃຫ້ບັນດາປະເທດສະມາຊິກອາຊຽນ ສາມາດສຳຜັດກັບບັນດາແຫຼ່ງທຶນສຳຄັນສະຫງວນໃຫ້ວັກຊິນ, ວັດຖຸອຸປະກອນການແພດ ແລະ ການຄົ້ນຄ້ວາເພື່ອຟື້ນຟູຫຼັງໂລກລະບາດ ຢ່າງສະເໝີພາບ.

  ທ່ານນາງ Diedrah Kelly, ເອກອັກຄະລັດຖະທູດການາດາ ປະຈຳອາຊຽນ ແບ່ງປັນວ່າ, ປີນີ້, ການາດາ ແລະ ອາຊຽນ ຈະສະເຫຼີມສະຫຼອງ 44 ປີແຫ່ງວັນການພົວພັນຄູ່ຮ່ວມມື ແລະ ການໜູນຊ່ວຍນີ້ ແມ່ນໜຶ່ງໃນບັນດາຕົວຢ່າງ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງການາດາ ເອົາ ປຊຊ ເປັນໃຈກາງ ແລະ ການພົວພັນຄູ່ຮ່ວມມືອີງຕາມຄວາມຕ້ອງການຂອງອາຊຽນ. ບ້ວງເງິນໜູນຊ່ວຍນີ້ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງການາດາ ໃນການພົວພັນຄູ່ຮ່ວມມືກັບ ອາຊຽນ, ບຸລິມະສິດການລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຊຸກຍູ້ຄວາມວັດທະນາຖາວອນ, ສະຖຽນລະພາບ ແລະ ຄວາມໝັ້ນຄົງດ້ານສາທາລະນະສຸກຂອງພາກພື້ນ ໃນສະພາບເກີດໂລກລະບາດໂຄວິດ 19 ແລະ ຍີ່ງໄປກ່ວານັ້ນອີກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ