ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ນອກກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ອິນເດຍ

(VOVWORLD) -  ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີ 2 ທ່ານເຫັນດີເປັນເອກະພາບດຳເນີນການເຄື່ອນໄຫວມີຄວາມໝາຍ ແລະ ແທດຈິງຫຼາຍກ່ວາອີກເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2018
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ນອກກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ອິນເດຍ - ảnh 1ທ່ານ ຫງວຽນຊວນຟຸກ ແລະ ທ່ານນາງ  Aung San Suu Kyi

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ອິນເດຍ, ວັນທີ 25 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ແລະ ທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi.

     ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີ 2 ທ່ານເຫັນດີເປັນເອກະພາບດຳເນີນການເຄື່ອນໄຫວມີຄວາມໝາຍ ແລະ ແທດຈິງຫຼາຍກ່ວາອີກເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2018, ເປີດສາຍການບິນ ສິງກະໂປ - ດ່າລາດ, ສິງກະໂປ - ຍາຈາງ… ໃນບົດບາດເປັນປະທານ ອາຊຽນ 2018, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເຫັນດີເປັນເອກະພາບຕັ້ງໜ້າຊຸກຍູ້ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ມີລັກສະນະປະສິດທິຜົນ, ຜູກມັດດ້ານນິຕິກຳ, ບົນພື້ນຖານຮັກສາວິທີການທາບທາມຄວາມເຫັນ, ເຫັນດີເຫັນພ້ອມ ແລະ ຫຼັກການ ອາຊຽນ.

     ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍຊຸກຍູ້ຈັດຕັ້ງກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍຄັ້ງທີ 3 ແລະ ກອງປະຊຸມຄະນະລັດຖະບານຮ່ວມລະຫວ່າງ 2 ປະເທດໃນປີ 2018.

      ທີ່ການພົບປະກັບທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ຈະໄດ້ຕ້ອນຮັບທ່ານນາງ Aung San Suu Kyi ຢ້ຽມຢາມ ຫວຽດນາມ ແລະ ພ້ອມກັນເປັນປະທານກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ