(vovworld) – ໂດຍສືບຕໍ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ວັນທີ 30/5, ທ່ານປະທານາທິບໍດີ ສ ໂອຕະລິດ Heinz Fischer ໄດ້ໄປຍັງນະຄອນ ໂຮ່ຈີມິນ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂອຕະລິດ. ເວທີປາໄສວິສາຫະກິດ ຫວຽດນາມ - ໂອຕະລິດຄັ້ງນີ້ຈະເປີດໄລຍະພັດທະນາໃໝ່ໃນການຮ່ວມມືດ້ານເສດຖະກິດ ລະຫວ່າງ 2 ປະເທດ, ມຸ່ງໄປສູ່ຈຸດໝາຍເພີ່ມວົງເງິນການຄ້າ 2 ຝ່າຍຂຶ້ນທົບ 2 ເທົ່າໃນຮອບ 4 ປີ ຂ້າງໜ້າ, ຊຶ່ງໃນປະຈຸບັນບັນລຸລະດັບ 445 ລ້ານ USD ໃນປີ 2011. ກ່າວຄຳເຫັນທີ່ ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ຢືນຢັນວ່າ
“ ຫວຽດນາມໄດ້ກ້າວເຂົ້າສູ່ປີທີ່ 2 ແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ (2011-2020) ດ້ວຍບັນດາຄວາມຮຽກຮ້ອງຕ້ອງການສູງກ່ວາ. ພວກຂ້າພະເຈົ້າເລັ່ງໃສ່ການດຶງດູດການລົງທຶນຈາກຕ່າງປະເທດໂດຍມຸ່ງໄປສູ່ 4 ຈຸດໝາຍສຳຄັນ. ທີ່ 1 ແມ່ນຍົກສູງຄຸນນະພາບ, ປະສິດທິຜົນການຜະລິດດຳເນີນທຸລະກິດ. ທີ່ 2 ແມ່ນພັດທະນາແບບຍືນຍົງ. ທີ່ 3 ແມ່ນສົ່ງເສີມການມອບໂອນເຕັກໂນໂລຢີສູງ ແລະ ທີ່ 4 ແມ່ນພັດທະນາແຫຼ່ງຊັບພະຍາກອນມະນຸດ ”
ສ່ວນທ່ານປະທານາທິບໍດີ ສ ໂອຕະລິດ Heinz Fischer ກ່າວວ່າ :
“ ຜົນສຳເລັດຂອງຫວຽດນາມກໍເນື່ອງຈາກວິວັດການເປີດປະຕູດຶງດູດການລົງທຶນ, ຫວຽດນາມມີຄວາມຂະຫຍັນຂັ່ນເຄື່ອນ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດສາກົນ. ໃນການຢ້ຽມຢາມຫວຽດນາມຄັ້ງນີ້, ຂ້າພະເຈົ້າມີຄວາມພູມໃຈເມື່ອເຫັນວ່າມີບັນດາສັນຍາ, ບົດບັນທຶກຄວາມເຂົ້າໃຈລະຫວ່າງບັນດາກະຊວງ, ວິສາຫະກິດໄດ້ຮັບການລົງນາມ. ນີ້ແມ່ນໂອກາດທີ່ດີໃຫ້ແກ່ທັງ 2 ຝ່າຍ ”
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 29/5, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສ ໂອຕະລິດ Heinz Fischer. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ Nguyen Phu Trong ເນັ້ນໜັກວ່າ: ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ພວມຍູ້ແຮງພາລະກິດປ່ຽນໃໝ່ຢ່າງຮອບດ້ານ, ກໍ່ສ້າງ ພື້ນຖານເສດຖະກິດຕະຫຼາດຕາມການກຳນົດທິດສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສ້າງພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ສູ້ຊົນເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລໃຫ້ສົມບູນແບບ. ທ່ານເລຂາທິການໃຫຍ່ ໄດ້ແນະນຳແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນທີ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ ໄດ້ຮັບຮອງເອົາ.
ທ່ານປະທານາທິບໍດີ Heinz Fischer ຢືນຢັນວ່າ: ລັດ ແລະ ປະຊາຊົນ ໂອຕະລິດ ຕີລາຄາສູງທີ່ຕັ້ງ, ບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະ ຢູ່ໃນໂລກ, ປາດຖະໜາວ່າຢາກປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ ໃຫ້ດີຍິ່ງກ່ວາອີກ.