ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນບັນດາການປະກອບສ່ວນຂອງຜູ້ເຄີຍເປັນທະຫານອາສາສະໝັກ, ນັກຊ່ຽວຊານທີ່ເຄີຍໄດ້ໄປປະຕິບັດງານຢູ່ ລາວ ໃນເມື່ອກ່ອນ ຊຶ່ງແມ່ນພະຍານຫຼັກຖານເພື່ອແລກປ່ຽນ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.
ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃຫ້ການຕ້ອນຮັບທ່ານ ໂດວັນຈຽນ ເລຂາສູນກາງພັກກອມມູນິດ ຫວຽດນາມ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ
(ພາບ: TTXVN)

        ຕອນເຊົ້າວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບທ່ານ ໂດວັນຈຽນ ເລຂາສູນກາງພັກກອມມູນິດ ຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ການນຳສະມາຄົມມິດຕະພາບ ຫວຽດນາມ - ລາວ, ຄະນະຕິດຕໍພົວພັນສະມາຄົມອະດີດນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ຢູ່ ລາວ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນບັນດາການປະກອບສ່ວນຂອງຜູ້ເຄີຍເປັນທະຫານອາສາສະໝັກ, ນັກຊ່ຽວຊານທີ່ເຄີຍໄດ້ໄປປະຕິບັດງານຢູ່ ລາວ ໃນເມື່ອກ່ອນ ຊຶ່ງແມ່ນພະຍານຫຼັກຖານເພື່ອແລກປ່ຽນ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຫວັງວ່າ ພາຍຫຼັງຄວບຄຸມໄດ້ໂລກລະບາດໂຄວິດ - 19, ແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ສືບຕໍ່ແລກປ່ຽນການພົວພັນ, ຮັກສາ, ເສີມຂະຫຍາຍການພົວພັນແບບພິເສດ, ສົມກັບຄວາມເສຍສະຫຼະເລືອດເນື້ອຂອງຄົນລຸ້ນກ່ອນ.

        ແລະກໍ່ໃນວັນທີ 29 ມິຖຸນາ, ທ່ານ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານປະທານໂຮ່ຈີມິນ ແລະ ວາງພວມມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ຖະໜົກບັກເຊີນ, ຮ່າໂນ້ຍ), ໄປຢ້ຽມຢາມ, ໂອ້ລົມກັບການນຳ, ພະນັກງານ, ຄູອາຈານ, ນັກສຳມະນາກອນສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ