ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ 2/9

ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ 2/9 - ảnh 1
(ພາບປະກອບ )

(vovworld) - ​ໃນ​ຊຸມ​ມື​ນີ້, ບັນດາ​ການ​ເຄື່ອນ​ໄຫ​ວສະ​ເຫຼີ​ມສະຫຼອງ​ວັນການ​ປະຕິວັດເດືອນ​ສິງຫາ ​ແລະ ວັນຊາດ ສ.ສຫວຽດນາມ 2/9 ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ຕອນ​ເຊົ້າ​ວັນ​ທີ 31/8, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ​ໄດ້​ຈັດການ​ພົບ​ສ້າງສັນປະ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 67 ປີແຫ່ງ​ວັນການ​ປະຕິວັດເດືອນ​ສິງຫາ ​ແລະ ວັນ​ຊາດ 2/9. ​ເຂົ້າ​ຮ່ວມ​ມີ​ຜູ້ຕາງໜ້າ​ກົງສູນ​ໃຫຍ່​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ສາກົນ, ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ປະຈຳ​ນະຄອນ. ກ່າງ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ Le Manh Ha ​ໄດ້​ຢືນຢັນ​ວ່າ; ຜົນງານ​ຍິ່ງ​ໃຫຍ່ ​ແລະ ບັນດາ​ບົດຮຽນ​ປະຫວັດສາດຂອງ​ການປະຕິວັດ​ເດືອນ​ສິງຫາ ​ແລະ ​ເລື່ອງ​ສ້າງ​ຕັ້ງ​ລັດ​​ແຫ່ງ ສາທາລະນະປະຊາທິປະ​ໄຕຫວຽດນາມ ​ໄດ້​ກາຍ​ເປັນກຳລັງ​ໜູນ​ຊຸກຍູ້​ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ຫວຽດນາມ ດຳ​ເນີ​ນບັນດາ​ການ​ຕໍ່ຕ້ານ​ທີ່​ຍາວ​ນານ, ​ເຕັມ​ໄປ​ດ້ວຍ​ຄວາມລຳ​ບາກ​ກະ​ກຳໃນ​ຕະຫຼອດ 30 ປີ​ທີ່​ຜ່ານ​ມາ, ​​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​​ເອກະພາບ, ນຳ​ປະ​ເທດຊາດ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ. ​ເກືອບ 25 ປີຜ່ານມາ, ກິດຈະການ​ປ່ຽນ​ແປ່​ງ​ໃໝ່ ​ຍາດ​ໄດ້​ໄຊຊະນະທີ່​ມີ​ຄວາມ​ໝາຍ​ປະຫວັດສາດ, ປະ​ເທດ​ຊາດ​ມີ​ການ​ປ່ຽນ​ແປ​ງ​ຢ່າງ​ພື້ນ​ຖານ ​ແລະ ຮອບດ້ານ, ​​ເສດຖະກິດ​​ໄດ້​ຂະຫຍາຍຕົວ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ພິ​ເສດ, ນະຄອນ​ມີ​ສະຖານກົງ​ສູງ​ກວ່າ 40 ​ແຫ່ງ, ມຮອົງການ​ສາກົນ ​ແລະ ອົງການ​ທີ່ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງຂອງປະ​ເທດ​ເກືອບ 150 ອົງການ. ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ທີ່​ຟົດ​ຟື້ນ ​​ໄດ້ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​​ໂລກ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ພັດທະນາ ​ແລະ ​​ເຂົ້າ​ສູ່ລວງ​ເລິກ, ພ້ອມກັນ​ນັ້ນ ປະກອບສ່ວນ​ຍົກ​ສູງທີ່​ຕັ້ງ​ບົດບາດຂອງ​ຫວຽ​ດນາມ​ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ 2/9 - ảnh 2
(ພາບປະກອບ)

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະຫະສະມາຄົມວັນນະຄະດີ​ສີ​ລະ​ປະ​ແຂວງ ບາກ​ລຽວ ກໍ​ໄດ້​ຈັດ​ງານວາງ​ສະ​ແດງ​ວິຈິດ​ສິນ ບາກ​ລຽວ - ຊອກ​ຈັງ - ກາ​ເມົາ ​ແລະ ພາບ​ສິລະ​ປະ​ແຂວງ ບາກ​ລ້ຽວປີ 2012. ​ເຊິ່ງໄດ້​ສ່ອງ​ແສງ​ການ​​ເຄື່ອນ​ໄຫວ​ຜະລິດ, ຊີວິດ​ສົງ​ຄົມ​ຂອງ​ບັນດາ​ທ້ອງ​ຖິ່ນ​ຢ່າງ​ມີ​ຊີວິດ​ຊີ​ວາ.

​​ແລະ​​ກໍ​ໃນ​ລະຫວ່າງວັນ​ທີ 30/8 – 1/9, ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກຽນ​ຢາງ ​ໄດ້​ຈັດ​ການສະ​ແດງ​ສິລະ​ປະ​ວັນນະຄະດີ​ມະຫາຊົນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ເປັນ​ມຸນ​ເຊື້ອເຊິ່ງ​​ຈັດ​ຂຶ້ນ​ປະຈຳ​ 2 ປີ​ເທື່ອ​ໜຶ່ງ, ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ໃນ​ການ​ປະດິດ​ສ້າງ ​ແລະ ​ໃນ​ດ້ານວັດທະນະທຳ​ສີ​ລະ​ປະ, ຍົກ​ສູງຊີວິດ​ທາງ​ດ້ານຈິດ​​ໃຈ​ໃຫ້​ແກ່​ປະຊາຊົນ​ບັນ​ດາ​ເຜົ່າ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ