ການເຄື່ອນໄຫວຕ່າງໆຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃນຂອບເຂດກອງປະຊຸມ AIPA 40 ຢູ່ປະເທດໄທ

(VOVWORLD) -   ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 40 ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (AIPA 40) ດ້ວຍຫົວຂໍ້ວ່າ “ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອປະຊາຄົມຍືນຍົງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 26 ສິງຫາ ຢູ່ນະຄອນຫຼວງ ບາງກອກ ປະເທດໄທ. 

     ກອງປະຊຸມ AIPA 40 ມີການເຂົ້າຮ່ວມຂອງຜູ້ແທນກວ່າ 1.000 ທ່ານ ເຊິ່ງເປັນການນໍາລັດຖະສະພາ, ສະມາຊິກລັດຖະສະພາ ທີ່ມາຈາກ 10 ປະເທດສະມາຊິກ AIPA  ແລະ ບັນດາປະເທດສັງເກດການ, ຄູ່ຮ່ວມມືຂອງປະເທດເຈົ້າພາບ. ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ນໍໍາໜ້າ ໄດ້ເຂົ້າຮ່ວມກອງປະຊຸມ.

ການເຄື່ອນໄຫວຕ່າງໆຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃນຂອບເຂດກອງປະຊຸມ AIPA 40 ຢູ່ປະເທດໄທ - ảnh 1 ທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນລາດຊະດອນ, ປະທານ AIPA 40 (ພາບ: VOV)

        ນະທີ່ນີ້, ທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນລາດຊະດອນ, ປະທານ AIPA 40 ເນັ້ນໜັກວ່າ: ໃນຈຸດເວລາທີ່ມີການຜັນປ່ຽນຫຼາຍຢ່າງຄືໃນປັດຈຸບັນ, ຕ້ອງມີບັນດາມາດຕະການຮັບມື, ແກ້ໄຂຢ່າງໄວວາ. ທ່ານກໍເນັ້ນໜັກວ່າ  ດ້ວຍຖານະເປັນອົງການນິຕິບັນຍັດ, ລັດຖະສະພາບັນດາປະເທດ ສາມາດກະທໍາເພື່ອຕ້ານຄືນທຸກຮູບແບບຈໍາແນກການປະພຶດ ແລະ ປະຕິບັດບັນດາຫຼັກການຕິດຕາມກວດກາ, ຍູ້ຖອຍບັນດາບັນຫາກ່ຽວກັບການສໍ້ລາດບັງຫຼວງ. ປະຊາຄົມທີ່ເຄື່ອນໄຫວພາຍໃນພື້ນຖານກົດໝາຍ, ຊຸກຍູ້ອໍານາດແຫ່ງກົດໝາຍ ແມ່ນຈະບັນລຸໄດ້ຄວາມຍຸຕິທໍາ ແລະ ຖືກຕ້ອງ.

ການເຄື່ອນໄຫວຕ່າງໆຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃນຂອບເຂດກອງປະຊຸມ AIPA 40 ຢູ່ປະເທດໄທ - ảnh 2ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ 

        ພາຍຫຼັງພິທີໄຂ ໄດ້ດໍາເນີນວາລະປະຊຸມຄົບຄະນະທໍາອິດ ຂອງກອງປະຊຸມ AIPA 40, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີບົດກ່າວປ່າໄສທີ່ວາລະປະຊຸມນີ້. ທ່ານນາງ ຫງວຽນທິກິມເງິນ ຖືວ່າ ໜຶ່ງປີທ່ີ່ຜ່ານມາ, ໂລກໄດ້ຜ່ານຜ່າການຜັນແປຫຼາຍຢ່າງທີ່ເກີດຂຶ້ນຢ່າງໄວວາ, ສັບສົນ ແລະ ປະຊາຄົມ ອາຊຽນ ຍັງສືບຕໍ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ນັບມື້ນັບຮ້າຍແຮງກວ່າເກົ່າ. ເຖິງຢ່າງໃດກໍຕາມ, ອາຊຽນ ຍັງຄົງບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ ຢູ່ທັງ 3 ເສົາຄໍ້າ ຂອງປະຊາຄົມ ແລະ ບັນດາປະເທດສະມາຊິກ ລ້ວນແຕ່ຮັກສາລະດັບການເຕີບໂຕເສດຖະກິດສະເລ່ຍແມ່ນ 5,1% ໃນປີ 2018. ໄປຄຽງຄູ່ກັນນ້ັນ, ບັນດາການຜັນແປທີ່ສັບສົນຢູ່ພາກພື້ນ ກໍເຮັດໃຫ້ບັນດາປະເທດ ອາຊຽນ ມີຄວາມວິຕົກກັງວົນ.  ທ່ານນາງ ເນັ້ນໜັກວ່າ: AIPA  ແລະ ບັນດາສະມາຊິກລັດຖະສະພາຂອງ AIPA  ພ້ອມແລ້ວທີ່ຮ່ວມເດີນທາງພ້ອມກັບ ອາຊຽນ ເພື່ອກໍ່ສ້າງ ປະຊາຄົມເປັນກຸ່ມກ້ອນທີ່ຍືນຍົງ. ທ່ານນາງກ່າວວ່າ:

        “ປັບປຸງ, ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ AIPA ໃຫ້ຫຼາຍກວ່າອີກ ເພື່ອເສີມຂະຫຍາຍທີ່ຕັ້ງບົດບາດ ຂອງ AIPA, ເຊິ່ງເປັນຄູ່ຮ່ວມມືສໍາຄັນຂອງ ອາຊຽນ ໃນວິວັດການກໍ່ສ້າງ ປະຊາຄົມ ອາຊຽນ ຍືນຍົງ. AIPA ຕັ້ງໜ້າ, ເປັນເຈົ້າການໜູນຊ່ວຍດ້ວຍບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການຜູກພັນກັນໜູນຊ່ວຍເຊິ່ງກັນແລະກັນລະຫວ່າງການຜັນຂະຫຍາຍວິໄສທັດ ປະຊາຄົມ ອາຊຽນ ຮອດປີ 2025 ກັບ ໂຄງການດໍາເນີນງານຂອງ ສປຊ ເພື່ອການພັດທະນາແບບຍືນຍົງຮອດປີ 2030. ພ້ອມທັງ, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ອາຊຽນ ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ໃນພາກພື້ນຢ່າງຮອບດ້ານ ແລະ ພັດທະນາແບບຍືນຍົງ, ໃນນັ້ນ ມີການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕ້ານການປ່ອຍຖີ້ມຢາງພລາດສະຕິກ, ຂີ້ເຫຍື່ອສິ່ງເສດເຫຼືອລົງສູ່ທະເລ”.

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍສະເໜີໃຫ້ບັນດາສະມາຊິກລັດຖະສະພາ, ລັດຖະສະພາຂອງບັນດາປະເທດສະມາຊິກ AIPA  ເພີ່ມທະວີການສໍາຫຼວດກວດຄືນລະບົບເອກະສານນິຕິກໍາພາຍໃນປະເທດ, ຊຸກຍູ້ດ້ານກົດໝາຍໃຫ້ກົມກ່ຽວ ຫຼື ຮັບຮອງເຊິ່ງກັນແລະກັນກ່ຽວກັບນິຕິກໍາ ເພື່ອແນໃສ່ຮັບໃຊ້ວຽກງານຜັນຂະຫຍາຍບັນດາແຜນການສັງລວມໃນການກໍ່ສ້າງປະຊາຄົມ ອາຊຽນ ດ້ວຍ 3 ເສົາຄໍ້າ ດ້ວຍວິໄສທັດຮອດປີ 2025 ໃຫ້ມີປະສິດທິຜົນ.

        ທ່ານນາງ ຫງວຽນທິກິມເງິນ ກໍຢັ້ງຢືນວ່າ ໃນປີ 2020, ເຊິ່ງເປັນປີຫວຽດນາມ ເປັນກຽດໄດ້ແບກຫາບບັນດາໜ້າທີ່ສໍາຄັນຄື ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ, ເປັນປະທານ ອາຊຽນ, ພ້ອມທັງສະພາແຫ່ງຊາດຫວຽດນາມ ຍັງດໍາລົງຕໍາແໜ່່ງເປັນປະທານ AIPA  ນັ້ນ, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ AIPA ກາຍເປັນອົງການລະຫວ່າງລັດຖະສະພາ ທີ່ເຄື່ອນໄຫວຢ່າງມີປະສິດທິຜົນ, ກາຍເປັນອົງການຕາງໜ້າໃຫ້ແກ່ຄວາມມຸ່ງມາດປາດຖະໜາ, ສິດຜົນປະໂຫຍດຂອງ ພົນລະເມືອງ ອາຊຽນ ທຸກຄົນ ຢ່າງແທ້ຈິງ.

        ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຫົວໜ້າຄະນະຜູ້ແທນບັນດາປະເທດສະມາຊິກ AIPA ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນລາດຊະດອນ ໄທ, ປະທານ AIPA.


ຕອບກັບ

ຂ່າວ/ບົດ​ອື່ນ