ການເຄື່ອນໄຫວຕ່າງໆຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຢູ່ສະຫະພັນລັດເຊຍ

(VOVWORLD) -ການນຳ 2 ທ່ານໄດ້ແລກປ່ຽນບັນດາບັນຫາຮ່ວມມືລະຫວ່າງ 2 ປະເທດ ແລະ ສະພາແຫ່ງຊາດ 2 ປະເທດ, ບັນດາການກຳນົດທິດການເຄື່ອນໄຫວໃນປີລັດເຊຍ ຢູ່ຫວຽດນາມ 2020.
ການເຄື່ອນໄຫວຕ່າງໆຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຢູ່ສະຫະພັນລັດເຊຍ - ảnh 1 (ການເຈລະຈາລະຫວ່າງ 2 ຝ່າຍ)

ໂດຍສືບຕໍ່ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ່າງເປັນທາງການ, ວັນທີ 11 ທັນວາ, ທ່ານນາງປະທານສະແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີບົດກ່າວປາໄສສຳຄັນທີ່ກອງປະຊຸມຄົບຄະນະສະພາສະຫະພັນລັດເຊຍ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລັດເຊຍ Medvedev; ເຈລະຈາກັບປະທານ Duma ແຫ່ງຊາດລັດເຊຍ; ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມຄັ້ງທີ 2 ລະຫວ່າງສະພາແຫ່ງຊາດ 2 ປະເທດ; ພົບປະ 2 ຝ່າຍກັບບັນດາສະມາຄົມຂອງລັດເຊຍ…

        ກ່ອນໜ້ານັ້ນ, ໃນວັນທີ 10 ທັນວາ, ຢູ່ນະຄອນຫຼວງມົດສະກູ, ທ່ານປະທານສະພາສະຫະພັນລັດເຊຍ Valentina Matvienko ໄດ້ເປັນປະທານພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ່າງສົມກຽດ. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ແລກປ່ຽນບັນດາບັນຫາຮ່ວມມືລະຫວ່າງ 2 ປະເທດ ແລະ ສະພາແຫ່ງຊາດ 2 ປະເທດ, ບັນດາການກຳນົດທິດການເຄື່ອນໄຫວໃນປີລັດເຊຍ ຢູ່ຫວຽດນາມ 2020.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ອົງການລັດຖະສະພາ 2 ປະເທດຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຂອງລັດເຊຍ ແລະ ຫວຽດນາມ ເປີດກວ້າງການອະນຸຍາດໃຫ້ວິສາຫະກິດ 2 ປະເທດສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ເຕັກນິກການທະຫານ, ການສຶກສາ ແລະ ບຳລຸງສ້າງ, ທ່ອງທ່ຽວ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ…

        ສ່ວນທ່ານປະທານສະພາສະຫະພັນລັດເຊຍ Valentina Matvienko ເນັ້ນໜັກວ່າ, ສະພາສະຫະພັນລັດເຊຍ ປາດຖະໜາເພີ່ມທະວີການແລກປ່ຽນຄະນະສະມາຊິກສະພາແຫ່ງຊາດໜຸ່ມລະຫວ່າງ 2 ປະເທດ, ສົມທົບກັນຢູ່ບັນດາເວທີປາໄສລັດຖະສະພາຢູ່ພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນ.

        ທີ່ການພົບປະກັບສື່ມວນຊົນພາຍຫຼັງການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າສືບຕໍ່ມີບັນດາກົນໄກທາບທາມຄວາມເຫັນ, ຮ່ວມມືກັນຢ່າງແໜ້ນແຟ້ນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເວທີປາໄສລະຫວ່າງລັດຖະສະພາຂອງພາກພື້ນ ແລະ ສາກົນ ເພື່ອສະໜັບສະໜູນບັນດາທັດສະນະທີ່ມີຜົນປະໂຫຍດໃຫ້ທັງຫວຽດນາມ, ສະຫະພັນລັດເຊຍ ແລະ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າກໍ່ຈະຊຸກຍູ້ການລົງນາມສັນຍາກ່ຽວກັບການໄປມາລະຫວ່າງພົນລະເມືອງຂອງ 2 ປະເທດໃນໄວໆນີ້”.

        ສ່ວນທ່ານ Valentina Matvienko ເນັ້ນໜັກວ່າ, ການພົບພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດານະໂຍບາຍການຕ່າງປະເທດບຸລິມະສິດຂອງລັດເຊຍ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງ 2 ປະເທດ.

        ແລະກໍ່ໃນວັນທີ 10 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ; ຢ້ຽມຢາມຟາມລ້ຽງງົວນົມເຕັກໂນໂລຊີສູງຂອງກຸ່ມບໍລິສັດ TH True Milk ຢູ່ເມືອງ Volokolamsk, ຢູ່ແຂວງ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ