ການເຄື່ອນໄຫວຕ່າງໆຕ້ອນຮັບລະດູບານໃຫມ່ດຳເນີນໄປຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ

ການເຄື່ອນໄຫວຕ່າງໆຕ້ອນຮັບລະດູບານໃຫມ່ດຳເນີນໄປຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ - ảnh 1
ປະຊາຊົນຫວຽດນາມ ແລະ ນັກທ່ອງທ່ຽວເຂົ້າ​ວັດ​ແຫ່ງ​ຕ່າງໆ​ເພື່ອ​ພາວະນາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ໃນ​ປີ​​ໃຫມ່
ພາບ:TTXVN


 (vovworld)- ໃນຊຸມມື້ຕົ້ນປີໃຫມ່ປີມະເມຍ 2014, ປະຊາຊົນຫວຽດນາມ ແລະ ນັກທ່ອງທ່ຽວ​ນັບ​ໝື່ນໆ​ຄົນ​ໄດ້ພາກັນ​ເຂົ້າ​ວັດ​ແຫ່ງ​ຕ່າງໆ​ເພື່ອ​ພາວະນາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ໃນ​ປີ​​ໃຫມ່ ​ແລະ ​ເຂົ້າ​ຮ່ວມ​ການ​ເຄ່ືອນ​ໄຫວ​ພື້ນ​ເມືອງ​ຢູ່ ນະຄອນ ​ເຫ້ວ. ​ແລະ ກໍ​ໃນ​ໂອກາດ​ນີ້, ມີ​ປະຊາຊົນ​ເກືອບ 20.000 ​ເທື່ອ​ຄົນ​ໄດ້​​ໄປ​ຢ້ຽມຢາມ​ເຂດ​ອາ​ໄລ​ຫາປະທານ​ໂຮ່ຈິ​ມີນ ຢູ່ ​ຕາ​ແສງ 1, ນະຄອນ ກາ​ເມົາ. ​ໃນ​ຈຳນວນ​ຜູ້​ເຂົ້າ​ຢ້ຽມຢາມ, ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ ​ໄດ້​ຖະຫວາຍ​ທູບ​ທຽນ ອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​ຂອງ​ປະທານ​ໂຮ່ຈິ​ມີນ ພ້ອມ​ທັງ​ພາວະນາ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ, ສັງຄົມ​ຈະ​ເລີ​ນຮຸ່ງ​ເຮືອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ຄວາມ​ອີ່ມ​ຫນຳ​ສຳ​ລານ, ຜາ​ສຸກ.

 

ຂ່າວ/ບົດ​ອື່ນ