(vovworld) - ວັນທີ 27/8, ຢູ່ ຮ່າໂນ້ຍ, ເລຂາຜູ້ປະຈຳການສູນກາງຊາວໜຸ່ມກອມມູນິດ ຫວຽດນາມ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ທ່ານ ຟ້ານວັນໝ້າຍ ໄດ້ເປັນປະທານການປະຊຸມຂ່າວແນະນຳການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນຂະບວນການນັກທຸລະກິດໜຸ່ມ ຫວຽດນາມ (1993 – 2013), 10 ປີແຫ່ງວັນມອບລາງວັນດາວຄຳດິນແດນ ຫວຽດ (2003 – 2013) ແລະ ພິທີມອບລາງວັນດາວຄຳດິນແດນ ຫວຽດ ປີ 2013. ຕາມຄະນະຈັດຕັ້ງແລ້ວ, ປີ 2013 ແມ່ນປີຂີດໝາຍຫຼາຍເຫດການສຳຄັນໃນການເຄື່ອນໄຫວຂອງສະມາຄົມນັກທຸລະກິດ ຫວຽດນາມ. ມາຮອດປະຈຸບັນ, ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໄດ້ມີໜ້າຢູ່ທຸກແຂວງ, ນະຄອນ ດ້ວຍສະມາຊິກກ່ວາ 10.000 ຄົນເຄື່ອນໄຫວໃນ 4 ຂະແໜງເສດຖະກິດ. ໃນຮອບ 10 ປີຜ່ານມາ, ເຄື່ອງໝາຍການຄ້າ, ຜະລິດຕະພັນໄດ້ຮັບລາງວັນດາວຄຳດິນແດນ ຫວຽດ ກ່ວາ 1.500 ເທື່ອ, ແມ່ນພະຍານຫຼັກຖານຢັ້ງຢືນດາວຄຳດິນແດນ ຫວຽດ ແມ່ນລາງວັນທີ່ມີຊື່ສຽງ, ປະກອບສ່ວນສຳຄັນເຂົ້າໃນການຍົກສູງທີ່ຕັ້ງບົດບາດຂອງເຄື່ອງໝາຍການຄ້າ ແລະ ວິສາຫະກິດ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບເສດຖະກິດ ສາກົນ.